Header Ads

ເຂື່ອນໄຟຟ້ານ້ຳງື່ມ I ເລັ່ງພັດທະນາເຄື່ອງຈັກ ເພີ່ມກຳລັງການຜະລິດ

https://blogger.googleusercontent.com/img/b/R29vZ2xl/AVvXsEgj1BVH7Anxj4qB0bQxZ3N5JUHpJxx6tYDyAQqzLqGkaqKG6IBYO6KYXxUJ7tMwa9sZQoajVt87FF1XpxuwVFSCKk-UtQXqCtrhrMOUpF90wP_H41ZoR9CxaLv0qsGddYoikx7mukO5v8U/s1600/
ລັດຖະບານ​ລາວ ໄດ້​ສົມທົບ​ທຶນ​ກູ້​ຢືມ​ຈາກ ​ສປ ຈີນ ເພື່ອ​ດຳເນີນ​ການ​ພັດທະນາ ແລະ ຂະຫຍາຍ​ເຂື່ອນ​ໄຟຟ້າ​ນ້ຳ​ງື່ມ 1 ໂດຍ​ມີ​ການ​ຕິດ​ຕັ້ງ​ເຄື່ອງ​ຈັກ​ເພີ່ມ​ອີກ 2 ໜ່ວຍ (ເບີ 7 ແລະ ເບີ 8) ມີ​ກຳລັງ​ຕິດ​ຕັ້ງ 80 ເມ​ກາ​ວັດ ເຊິ່ງ​ຈະ​ເພີ່ມ​ກຳລັງ​ຜະລິດ​ພະລັງ​ໄຟຟ້າ​ຈາກ​ເດີມ 155 ມາ​ເປັນ 235 ເມ​ກາ​ວັດ ເພື່ອ​ຕອບ​ສະໜອງ ແລະ ຮອງ​ຮັບ​ການ​ຊົມໃຊ້​ໄຟຟ້າ​ພາຍ​ໃນ​ປະເທດ​ທີ່​ນັບ​ມື້​ເພີ່ມ​ສູງ​ຂຶ້ນ ໂດຍ​ສະເພາະ ຢູ່​ນະຄອນຫຼວງ​ວຽງ​ຈັນ ໃນ​ໄລຍະ​ທີ່​ນຳ​ໃຊ້​ໄຟຟ້າ​ສູງ​ສຸດ​ຂອງ​ລະດູແລ້ງ.

ທ່ານ ດາວ​ວຽງ ສຸ​ນັນທະ​ລາດ ຮອງ​ຫົວໜ້າ​ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳ​ງື່ມ 1 ພາກ​ຂະຫຍາຍ​ຝ່າຍ ກໍ່ສ້າງ​ເຂື່ອນ​ລັດ​ວິ​ສາ​ຫະ​ກິດ​ໄຟຟ້າ​ລາວ ເປີດເຜີຍ​ໃຫ້​ຮູ້​ວ່າ: ການ​ກໍ່ສ້າງ​ໂຄງການ​ດັ່ງກ່າວ ໄດ້​ເລີ່ມ​ຈັດ​ຕັ້ງ​ປະຕິບັດ​ເມື່ອ​ກາງ​ປີ 2015 ມາ​ຮອດ​ປັດຈຸບັນ​ສຳເລັດ​ແລ້ວ 88% ສຳລັບ​ໜ້າ​ວຽກ​ສຳຄັນ​ປະກອບ​ມີ​ການ​ກໍ່ສ້າງ​ຂົວ​ຂ້າມ​ນ້ຳ​ງື່ມ ມີ​ຄວາມ​ຍາວ​ເກືອບ 200 ແມັດ ກວ້າງ 10 ແມັດ ສ້າງ​ເສັ້ນທາງ​ຍາວ 2.600 ແມັດ ເຮືອນ​ຈັກ ແລະ ຄອງ​ນ້ຳ​ທ້າຍ​ເຂື່ອນ ອຸບ​ມົງ​ສົ່ງ​ນ້ຳ 2 ທໍ່ ຂະໜາດ 6,6 ແມັດ ຍາວ 313 ແມັດ ປະຕູ​ນ້ຳ ລວມ​ທັງ​ການ​ຕິດ​ຕັ້ງ​ອຸປະກອນ​ຢູ່​ເຮືອນ​ຈັກ ແລະ ອື່ນໆ ພ້ອມ​ນີ້ ຍັງ​ມີ​ການ​ກໍ່ສ້າງ​ລະບົບ​ສາຍ​ສົ່ງ 115 ກິ​ໂລ​ໂວນ ສອງ​ວົງ​ຈອນ​ມີ​ຄວາມ​ຍາວ 4 ກິໂລແມັດ ສຳ​ລັດ 43% ມູນ​ຄ່າ​ການ​ກໍ່ສ້າງ​ທັງ​ໝົດ 122 ລ້ານໂດ​ລາ​ສະຫະລັດ ແລະ ຄາດ​ວ່າ​ຈະ​ສຳເລັດ​ສົມບູນ​ໃນ​ກາງ​ປີ 2018 ໜ້າ​ນີ້.

ທ່ານ ດາວ​ວຽງ ສຸ​ນັນທະ​ລາດ ໃຫ້​ຮູ້​ຕື່ມ​ວ່າ: ພາຍຫຼັງ​ສຳເລັດ​ການ​ພັດທະນາ​ເຂື່ອນ​ໄຟຟ້າ​ນ້ຳ​ງື່ມ 1 ໂຄງການ​ພາກ​ຂະຫຍາຍ ເຊິ່ງ​ມີ​ເຄື່ອງ​ຈັກ​ໜ່ວຍ​ທີ 7 ແລະ 8 ກໍ່​ຈະ​ສືບຕໍ່​ພັດທະນາ​ກໍ່ສ້າງ​ເຄື່ອງ​ຈັກ​ໜ່ວຍ​ທີ 6 ຢູ່​ໃນ​ຕົວ​ເຂື່ອນ ຕິດ​ກັບ​ປະຕູ​ນ້ຳ​ອີກ​ໜຶ່ງ​ເຄື່ອງ ມີ​ກຳລັງ​ຕິດ​ຕັ້ງ 40 ເມ​ກາ​ວັດ ຄາດ​ວ່າ​ຈະ​ສຳເລັດ​ການ​ກໍ່ສ້າງ​ໃນ​ທ້າຍ​ປີ 2019 ເຊິ່ງ​ຈະ​ເປັນ​ການ​ເພີ່ມ​ກຳລັງ​ການ​ຜະລິດ​ໄຟຟ້າ​ໃນ​ເຂື່ອນ​ແຫ່ງ​ນີ້​ຫຼາຍ​ຂຶ້ນ​ຕື່ມ​ອີກ.

ນອກຈາກ​ເປັນ​ການ​ສະໜອງ​ຕໍ່​ພາຍ​ໃນ ແລະ ສົ່ງ​ອອກ​ຕ່າງປະເທດ ເພື່ອ​ນຳ​ລາຍ​ຮັບ​ເງິນຕາ​ປະກອບ​ສ່ວນ​ພັດທະນາ​ປະເທດ​ຊາດ​ແລ້ວ ຍັງ​ເປັນ​ການ​ສົ່ງເສີມ​ການທ່ອງທ່ຽວ​ຢູ່​ເຂດ​ອ່າງ​ໂຕ່ງ ແລະ ເຂດ​ແມ່ນ້ຳ​ງື່ມ​ຕອນ​ທ້າຍ​ຂອງ​ເຂື່ອນ​ອີກ​ດ້ວຍ.

ສິ່ງ​ສຳຄັນ​ແມ່ນ​ໄດ້​ເພີ່ມ​ປະສິດທິພາບ ແລະ ປະ​ສິດທິ​ຜົນ​ໃນ​ການ​ນຳ​ໃຊ້​ຊັບພະຍາກອນ​ນ້ຳ​ທຳ​ມະ​ຊາດ​ ໃຫ້​ເກີດ​ປະໂຫຍດ​ສູງ​ສຸດ ເພື່ອ​ຜະລິດ​ເປັນ​ພະລັງງານ​ໄຟຟ້າ​ໃຫ້​ກາຍເປັນ​ແຫຼ່ງ​ທຶນ ຢ່າງໃດ​ກໍ່​ຕາມ ການ​ນຳ​ໃຊ້​ນ້ຳ​ໃນ​ເຂດ​ອ່າງ​ໂຕ່ງ​ຂອງ​ເຂື່ອນ​ໄຟຟ້າ​ນ້ຳ​ງື່ມ 1 ໃນ​ໄລຍະ​ຜ່ານ​ມາ​ເຫັນ​ວ່າ​ບໍ່​ທັນ​ຄຸ້ມ​ຄ່າ ເພາະອ່າງ​ໂຕ່ງ​ຂອງ​ເຂື່ອນ​ແຫ່ງ​ນີ້ ມີ​ແມ່ນ້ຳ​ຫຼາຍ​ສາຂາລວມ​ທັງ​ຫ້ວຍຮ່ອງ​ຄອງ​ບຶງ​ໄຫຼ​ເຂົ້າ​ສູ່​ອ່າງ ເຊິ່ງ​ໃນ​ລະດູຝົນ​ກໍ່​ຈະ​ມີ​ການ​ປ່ອຍ​ນ້ຳ​ລົງ​ສູ່​ທ້າຍ​ເຂື່ອນ ນອກຈາກ​ຈະ​ເປັນ​ການ​ປ່ອຍ​ນ້ຳ​ທີ່​ລ້ວນ​ແຕ່​ເປັນ​ເມັດ​ເງິນ-ເມັດ​ຄຳ​ຖີ້ມ​ແລ້ວ ຍັງ​ສົ່ງ​ຜົນ​ກະທົບ​ຕໍ່​ປະຊາຊົນ​ທີ່​ດຳລົງ​ຊີວິດ​ລຽບ​ແມ່ນ້ຳ​ງື່ມ​ຢ່າງ​ຫຼວງຫຼາຍ ສະນັ້ນ ພາຍຫຼັງ​ສຳເລັດ​ໂຄງການ​ພາກ​ຂະຫຍາຍ ​ອາດ​ຈະ​ບໍ່​ມີ​ການ​ປ່ອຍ​ນ້ຳ​ລົງ​ຜ່ານ​ປະຕູ​ນ້ຳ​ທີ່​ເຄີຍ​ປະຕິບັດ​ກັນ​ໃນ​ທຸກ​ປີ​ຂອງ​ລະດູ​ຝົນ​ຕື່ມ​ອີກ. (ຂ່າວໜັງສືພິມວຽງຈັນໃຫ່ມ)
Powered by Blogger.