Header Ads

ກາຕາຣ໌ ວຸ້ນຮ້ອບດ້ານ 4 ຊາດຍົກເລີກທ້ຽວບິນຫ້າມຜ່ານ່ານຟ້າ

https://laopost.com/wp-content/uploads/2017/06/
ອຸດສາຫະກຳການບິນຂອງກາຕາຣ໌ວຸ້ນວາຍໜັກຫຼັງຈາກ 4 ປະເທດຕະເວັນອອກກາງປະກອບດ້ວຍ ຊາອຸດິອະຣາເບຍ, ອີຢິບ, ບາເຣນ ແລະ ສະຫະລັດອາຣັບເອມິເຣດ ຫຼື ຢູເອອີ ປະກາດຕັດຄວາມສຳພັນທາງການທູດກັບກາຕາຣ໌ເພາະໃຫ້ການສະໜັບສະໜູນການກໍ່ການຮ້າຍ ເມື່ອວັນທີ 5 ມິຖຸນາ 2017 ທີ່ຜ່ານມາ ທັງຍັງປະກາດລະງັບການຕິດຕໍ່ເຊື່ອມໂຍງກັບກາຕາຣ໌ທັງທາງອາກາດ, ທາງບົກ ແລະ ທາງທະເລ

ຄຳສັ່ງດັ່ງກ່າວໄດ້ສົ່ງຜົນກະທົບຕໍ່ກັບອຸດສາຫະກຳການບິນເຊິ່ງເປັນໜຶ່ງໃນອຸດສາຫະກຳຫຼັກທີ່ຂັບເຄື່ອນເສດຖະກິດຂອງກາຕາຣ໌ຢ່າງໜັກ ໂດຍສະເພາະກາຕາຣ໌ແອຣເວ ເຊິ່ງເປັນສາຍການບິນແຫ່ງຊາດຂອງກາຕາຣ໌ ເພາະເທົ່າກັບເປັນການສັ່ງຫ້າມເຮືອບິນກາຕາຣ໌ບິນຜ່ານນ່ານຟ້າ ແລະ ບິນໄປເມືອງຕ່າງໆໃນປະເທດທີ່ຕັດຄວາມສຳພັນ

ຂະນະທີ່ສາຍການບິນຈາກຊາດເຫຼົ່ານີ້ ເຊັ່ນ:​ ເອທິຮັດ ເອມິເຣດ ແລະ ກັລເອຣ໌ ຈະຍົກເລີກທ້ຽວບິນເດີນທາງເຂົ້າ ແລະ ອອກຈາກນະຄອນຫຼວງໂດຮາ ຂອງກາຕາຣ໌ ນັບຕັ້ງແຕ່ວັນທີ 6 ມິຖຸນານີ້ເປັນຕົ້ນໄປ ຄືກັນກັບສາຍການບິນຕົ້ນທຶນຕ່ຳຢ່າງໄຟລດູໄບ ແລະ ເອຣອາຣະເບຍ ທີ່ໄດ້ຍົກເລີກທ້ຽວບິນໄປກາຕາຣ໌ແລ້ວ

ນອກຈາກນີ້ປະເທດໃນຕະເວັນອອກກາງທັງ 4 ປະເທດ ຍັງໄດ້ຮຽກຕົວນັກການທູດຂອງຕົນທີ່ປະຈຳຢູ່ກາຕາຣ໌ໃຫ້ເດີນທາງກັບປະເທດດ່ວນ ໂດຍອີຢິບ ແລະ ຢູເອອີໄດ້ແຈ້ງໃຫ້ນັກການທູດຂອງກາຕາຣ໌ເດີນທາງອອກຈາກປະເທດໄປພາຍໃນ 48 ຊົ່ວໂມງ ຂະນະທີ່ປະຊາຊົນກາຕາຣ໌ບໍ່ວ່າຈະເປັນຄົນທີ່ອາໃສຢູ່ໃນປະເທດ ຫຼື ເປັນນັກທ່ອງທ່ຽວທີ່ກຳລັງຢູ່ໃນ 4 ປະເທດທີ່ຕັດຄວາມສຳພັນກັບກາຕາຣ໌ຕ້ອງເດີນທາງອອກຈາກປະເທດບໍ່ໃຫ້ເກີນ 2 ອາທິດ ທັງຍັງມີຄຳສັ່ງຫ້າມປະຊາຊົນຂອງປະເທດຕົນເອງເດີນທາງໄປທີ່ກາຕາຣ໌ອີກ.
cr : https://laopost.com
Powered by Blogger.