Header Ads

​ເຫດກໍ່​ການ​ຮ້າຍ​ລອນດອນມີ 7 ຄົນ​ເສຍ​ຊີ​ວິດ​ໃນ​ເຫດ ແລະ ຜູ້​ຕ້ອງ​ຫາ 3 ຄົນ​ຖືກ​ຍິງ​ຕາຍ

https://blogger.googleusercontent.com/img/b/R29vZ2xl/AVvXsEhMDb5zrol_kPM4w7PjAFA0P50SAvEAFV04d2xLBi5dKZfzUnqnjQ3NKrPnHxfq2Gk6zFqZq3sUCuTymbuQYS3pXexkRa1iomp81GMtzIFIMguUO5h6q19oTWeMyGruf1d1VUIMTp9-OuE/s640/
ວັນທີ 5 ມິຖຸນານີ້, ຕາມຂ່າວແຈ້ງວ່າ ເຫດ​ການ​ໂຈມ​ຕີ​ແບບກໍ່​ການ​ຮ້າຍ​ສອງ​ເທື່ອ​ທີ່​ເກີດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ລອນດອນ​ຂອງ​ອັງ​ກິດ​ໃນ​ຕອນ​ຄໍ່າ​ວັນ​ທີ 3 ມິ​ຖຸ​ນານີ້ ໄດ້​ເຮັດ​ໃຫ້ 7 ຄົນ​ເສຍ​ຊີ​ວິດ, ຕຳ​ຫຼວດ​ໄດ້​ຍິງຜູ້​ຕ້ອງ​ຫາ 3 ຄົນຕາຍ.
ຕຳ​ຫຼວດ​ອັງ​ກິດ​ອອກ​ຖະ​ແຫຼງ​ການ​ວ່າ: ມີ​ຕຳ​ຫຼວດ​ຜູ້​ໜຶ່ງ​ໄດ້​ຮັບ​ບາດ​ເຈັບ​ໜັກ​ໃນ​ເວ​ລາ​ແກ້​ໄຂ​ເຫດ​ການ. ນອກນີ້,ຂ່າວແຈ້ງອີກວ່າ ໄດ້​ສົ່ງ​ຜູ້​ໄດ້​ຮັບ​ບາດ​ເຈັບ​ 40 ກວ່າຄົນ​ໄປ​ປິ່ນ​ປົວ​ຢູ່​ໂຮງ​ໝໍ.
ຕອນ​ຄໍ່າວັນ​ທີ 3 ມິ​ຖຸ​ນານີ້,ຢູ່​ຂົວ​ລອນດອນ, ຕະ​ຫຼາດ​ແຫ່ງ​ໜຶ່ງ​ທີ່​ຢູ່​ໃກ້​ຂົວ​ລອນດອນ​ແລະວ​ອັກ​ສ໌​ຮໍ​ທີ່​ຢູ່ພາກຕາ​ເວັນ​ຕົກສຽງ​ໃຕ້​ຂອງ​ລອນດອນ​ໄດ້​ເກີດ​ເຫດ​ການ​ທຳ​ລາຍ​ຄວາມ​ສະ​ຫງົບ 3 ເທື່ອ, ໃນ​ນັ້ນ,ລວມ​ທັງ​ເຫດ​ການ​ທີ່​ລົດ​ຂົນ​ສົ່ງ​ສິນ​ຄ້າ​ຄັນ​ໜຶ່ງຕຳ​ຄົນກຳ​ລັງ​ຍ່າງ​ຢູ່​ເທິງ​ຂົວ​ລອນດອນ. ປະ​ຈຸ​ບັນ, ຕຳ​ຫຼວດອັງ​ກິດ​ໄດ້​ກຳ​ນົດ​ເຫດ​ການ​ສອງ​ເທື່ອ​ທີ່​ເກີດ​ຂຶ້ນ​ກ່ອນ​ເປັນ​ການ​ໂຈມ​ຕີ​ແບບກໍ່​ການ​ຮ້າຍ, ເຫດ​ການ​ທີ່​ເກີດ​ຂຶ້ນ​ຢູ່ວ​ອັ​ກ​ສ໌​ຮໍ​ເປັນ​ເຫດ​ການ​ທີ່​ທຳ​ຮ້າຍ​ຜູ້​ອື່ນ​ດ້ວຍ​ມີດ,ບໍ່​ມີ​ສ່ວນກ່ຽວພັນ​ເຖິງ​ເຫດ​ການ​ອີກ​ສອງ​ລາຍ.
https://blogger.googleusercontent.com/img/b/R29vZ2xl/AVvXsEgp0MDWKFlE6PuJoAH3L8YJjui-xTCiNVnCRfDnzC5APKyN26jOZrEFe5ye_Cw6J72OLZmCMZzOtQXBrif-nvtTAxtpEeQgZ7FJcixbDvZKubYcFWzb4bFg2Xae2yZAHLX-Md1sYsmmvX8/s640/
ອັງ​ກິດ​ຈະ​ຈັດ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 8 ມິ​ຖຸ​ນານີ້. ທ່ານນາງເທີ​ເຣ​ຊາ ມາ​ຣີ ເມ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ທີ່​ກຳ​ລັງ​ແຂ່ງ​ຂັນ​ຮັບ​ການ​ເລືອກ​ຕັ້ງ​ຢູ່​ຕ່າງ​ແຂວງ​ໄດ້​ກັບ​ຄືນ​ສູ່​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທີ່​ລອນດອນ​ໂດຍ​ດ່ວນ​ໃນຕອນ​ຄໍ່າວັນ​ທີ 3 ມິ​ຖຸ​ນານີ້. ນາງ​ໄດ້ໃຊ້​ຄຳ​ສັບ"terrible"ມາ​ບັນ​ລະ​ຍາຍ​ເຫດ​ການ​ທີ່​ເກີດ​ຂຶ້ນ​ໃນ​ຕອນ​ຄໍ່າມື້​ດຽວ​ກັນ,ແລະ​ຈະ​ຮັບ​ມື​ໂດຍ​ຖື​ເຫດ​ການ​ແບບນີ້​ເປັນ"ການກໍ່​ການ​ຮ້າຍ​ທີ່​ບົ່ມ​ຊ້ອນ".
ປະ​ຈຸ​ບັນ, ສະ​ຖານ​ທູດ​ຈີນ​ປະ​ຈຳ​ອັງ​ກິດ​ກຳ​ລັງ​ຕິດ​ຕາມສະ​ພາບ​ການ​ຂອງເຫດ​ການ​ດັ່ງ​ກ່າວຢ່າງ​ໃກ້​ຊິດ,ຍັງ​ບໍ່​ມີ​ການ​ລາຍ​ງານ​ວ່າມີ​ຄົນ​ຈີນເສຍ​ຊີ​ວິດ​ຫຼື​ໄດ້​ຮັບ​ບາດ​ເຈັບ​ໃນ​ເຫດ​ການ​ດັ່ງ​ກ່າວ.
Powered by Blogger.