Header Ads

ບໍລິສັດ SpaceX ສົ່ງຍານ ທີ່ຖືກນຳ ມາໃຊ້ຄືນ ເປັນຄັ້ງທຳອິດ ຂຶ້ນໄປ

ຈະຫຼວດ Falcon 9 ຂອງບໍລິສັດ SpaceX ຖືກປ່ອຍຂຶ້ນອາວະກາດຈາກຖານປ່ອຍຢູ່ສູນອາວະກາດ Kennedy ຂອງອົງການ NASA ໃນເມືອງ Cape Canaveral, ລັດ ຟລໍຣິດາ. 3 ມິຖຸນາ, 2017.
ບໍລິສັດ SpaceX ໄດ້ປ່ອຍຍານອາວະກາດທີ່ຖືກນຳມາໃຊ້ຄືນເປັນຄັ້ງທຳອິດໃນວັນເສົາວານນີ້, ດ້ວຍການຂົນສົ່ງອຸປະກອນການວິໄຈ ແລະ ວັດສະດຸຕ່າງໆໄປສະຖານີອາວະກາດນານາຊາດ.ນອກຈາກວັດສະດຸຕາມປົກກະຕິແລ້ວ, ການຂົນສົ່ງທີ່ມີນໍ້າໜັກ 6,000 ປອນຂອງບໍລິສັດ SpaceX ຄັ້ງຫຼ້າສຸດນີ້ ກໍລວມມີ ໜູ ແລະ ແມງວັນສຳລັບການຄົ້ນຄວ້າ, ແຜ່ນດູດພະລັງງານແສງອາທິດທີ່ກໍ້ໄດ້ ແລະ ເຄື່ອງກວດຈັບດາວໃນອາວະກາດ.ຫຼັງຈາກການເລື່ອນເວລາ 2 ວັນຍ້ອນພາຍຸຝົນ, ຈະຫຼວດ Falcon 9 ທີ່ບໍ່ມີຄົນຂັບກໍໄດ້ບິນຂຶ້ນສູ່ທ້ອງຟ້າ ນຳພາກ່ອງຊື່ວ່າມັງກອນ ທີ່ໄດ້ຖືກສົ່ງໄປສະຖານີອາວະກາດ
ຄັ້ງທຳອິດເມື່ອເກືອບສາມປີທີ່ຜ່ານມາ.ຈະຫຼວດທີ່ໄດ້ບິນອອກໃນວັນເສົາວານນີ້ເຄີຍເປັນຈະຫຼວດໃໝ່ອ່ຽມ ແລະ ຕອນນີ້ໄດ້
ຖືກນຳມາປັບປຸງ, ມັນໄດ້ບິນກັບສູ່ຖານີອາວະກາດ Cape Canaveral ຫຼັງຈາກໄດ້ບິນຂຶ້ນ ສຳລັບການລົງຈອດທາງຕັ້ງຢ່າງປະສົບຄວາມສຳເລັດ.ແຜນການແມ່ນເພື່ອປ່ອຍຈະຫຼວດອີກຄັ້ງໝຶ່ງ. ການນຳໃຊ້ຈະຫຼວດຄືນ ແລະ ນຳສົ່ງກ່ອງອາວະກາດ ແມ່ນສ່ວນໜຶ່ງຂອງຄວາມພະຍາຍາມເພື່ອຄວບຄຸມຄ່າໃຊ້ຈ່າຍຂອງບໍລິສັດ SpaceX.ເມື່ອສອງເດືອນທີ່ຜ່ານມາ, ບໍລິສັດ SpaceX ໄດ້ປ່ອຍຈະຫຼວດທີ່ຖືກນຳມາໃຊ້ຄືນເປັນຄັ້ງທຳອິດ ໃນການດຳເນີນພາລະກິດຢູ່ເທິງດາວທຽມ.ການບິນອີກຄັ້ງໜຶ່ງທີ່ປະກອບມີການນໍາໃຊ້ຈະຫຼວດເກົ່າ ແມ່ນຈະມີຂຶ້ນໃນທ້າຍເດືອນນີ້.
Powered by Blogger.