Header Ads

ເກົາຫຼີເໜືອ ຈັດງານ “ແຂ່ງຂັນຝູງຍົນບິນຮົບຕໍ່ສູ້” ເຝິກຊ້ອມຖະລົ່ມເຮືອຮົບ ແລະ ກອງທັບສັດຕູ

ຜົນ​ການ​ຊອກຫາ​ສຳລັບ kim jong un north korea
ສຳນັກຂ່າວກາງເກົາຫຼີ (KCNA) ສື່ຂອງທາງລັດຖະບານເກົາຫຼີເໜືອ ລາຍງານເມື່ອວັນທີ 5 ມິຖຸນາທີ່ຜ່ານມາວ່າ ເກົາຫຼີເໜືອຈັດ ‘ງານແຂ່ງຂັນຝູງຍົນບິນຮົບຕໍ່ສູ້’ (combat flight competition) ປະຈຳປີຂຶ້ນ ເມື່ອວັນອາທິດທີ່ຜ່ານມາ ເຊິ່ງ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງປະເທດ ກໍ່ໄດ້ເຂົ້າຮ່ວມຊົມ ການແຂ່ງຂັນໃນເທື່ອນີ້ນຳ.ພາບທີ່ເຜີຍແຜ່ ໂດຍສື່ຂອງເກົາຫຼີເໜືອ ສະແດງໃຫ້ເຫັນ ຍົນຮົບ ມິກ-29 ແລະ ຍົນອື່ນໆ ຍິງໂຈມຕີເປົ້າໝາຍເທິງພື້ນ ຫຼື ເປົ້າໝາຍທີ່ເຄື່ອນທີ່ໃນອາກາດ ລວມທັງຝູງຍົນເຮລິຄອບເຕີ ກຳລັງບິນເປັນຂະບວນ ຂະນະທີ່ຜູ້ບັນຊາການກອງທັບອາກາດຄົນໜຶ່ງລະບຸວ່າ ການແຂ່ງຂັນໃນເທື່ອນີ້ມີເປົ້າໝາຍ ເພື່ອ ເຝິກຊ້ອມເປົ້າໝາຍທຳລາຍ ທີ່ເປັນສັດຕູ ລວມທັງເຮືອບັນທຸກຍົນຮົບນຳ ແລະ ມີຂຶ້ນ ເພື່ອເປັນການກະຕຸ້ນ ກອງທັບທຸກພາກສ່ວນ ໃຫ້ກຽມຄວາມພ້ອມຕໍ່ສູ້ ເພື່ອລວມປະເທດເປັນໜຶ່ງອີກຄັ້ງ.ທັງນີ້ ການເຝິກຊ້ອມການບິນຂອງກອງທັບເກົາຫຼີເໜືອນີ້ ເກີດຂຶ້ນພຽງບໍ່ເທົ່າໃດມື້ ຫຼັງຈາກທີ່ຄະນະມົນຕີຄວາມໝັ້ນຄົງ ແຫ່ງສະຫະປະຊາຊາດ ມີມະຕິຂວໍ້າບາດ ຂຶ້ນບັນຊີດຳເຈົ້າໜ້າທີ່ ແລະ ບໍລິສັດສຳຄັນຂອງເກົາຫຼີເໜືອ ເພື່ອຕອບໂຕ້ ທີ່ລັດຖະບານເກົາຫຼີເໜືອ ດຳເນີນການທົດສອບຂີປະນາວຸດ ຢ່າງຕໍ່ເນື່ອງຕະຫຼອດຊ່ວງທີ່ຜ່ານມາ.
Powered by Blogger.