Header Ads

ຊຽງຂວາງຈ່າຍເງິນ 2 ຕື້ກີບ “ສ້າງທາງປູຢາງ ໃນເຂດເທສະບານແຂວງ”

ຮູບ​ທີ່​ກ່ຽວ​ຂ້ອງ
ແຂວງຊຽງຂວາງຈົກເງິນ 2 ຕື້ກີບສ້າງເສັ້ນທາງປູຢາງ 2 ຊັ້ນ ໃນເຂດເທສະບານແຂວງ (ໂພນສະຫວັນ) ເພື່ອອຳນວຍຄວາມສະດວກແກ່ ການຄົມມະນາຄົມ ແລະໂຄງການກໍ່ສ້າງ ອື່ນໆທີ່ກຳລັງຈະເກີດຂຶ້ນ ໃນອະນາຄົດອັນໃກ້ນີ້.
ເພື່ອເຮັດໃຫ້ໂຄງການສ້າງສໍາເລັດ ຕາມລະດັບຄາດໝາຍ ທ່ານ ສົມກົດ ມັງໜໍ່ເມກ ເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະໄດ້ລົງກວດກາຕິດຕາມ ການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ຢູ່ໂພນສະຫັວນ ໃນຕອນແລງວັນທີ 4 ມິຖຸນາ 2017 ເສັ້ນທາງດັ່ງກ່າວກວ້າງ 8 ແມັດ ຍາວ 144 ແມັດ ຊຶ່ງຈະປະ ກອບໄປດ້ວຍກໍ່ກັນເຈື່ອນ, ຖົມດິນອັດແໜ້ນ, ກໍ່ທໍ່ລະບາຍນ້ຳ ແລະອື່ນໆ ລວມມູນຄ່າປະມານ 2 ຕື້ກີບ ໂດຍແມ່ນ ບໍລິສັດແຈງຫົງກໍ່ສ້າງເຄຫາ ແລະຂົວທາງຈຳກັດເປັນຜູ້ຮັບເໝົາຄາດວ່າຈະໃຫ້ສຳເລັດກ່ອນງານມະຫາກຳກີລາ ແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງເປັນເຈົ້າພາບໃນປີ 2018.
ການກໍ່ສ້າງເສັ້ນທາງດັ່ງກ່າວ ແມ່ນເພື່ອກະກຽມໃຫ້ແກ່ໂຄງການກໍ່ສ້າງ ສວນສາທາລະນະອ່າງນ້ຳກັດ ແລະການພັດທະນາສິ່ງອື່ນໆເຊັ່ນການກໍ່ສ້າງໂຮງແຮມ 5 ດາວໃນອະນາຄົດ ທັງເປັນການສ້າງພື້ນຖານໂຄງລ່າງຮອງຮັບ ແລະດຶງດູດນັກທຸລະກິດໃຫ້ເຂົ້າມາລົງທຶນຢູ່ ແຂວງຊຽງຂວາງຫຼາຍຂຶ້ນ.

ດັ່ງທ່ານ ກົງທະນູ ອຸ່ນສະຫວັນ ຮອງ ເຈົ້າເມືອງໆແປກໃຫ້ສຳພາດວ່າ: ໃນຕໍ່ໜ້ານີ້ຈະສ້າງ ສວນສາທາລະນະອ່າງນ້ຳກັດຂຶ້ນ ເພື່ອເກັບນ້ຳໄວ້ຍ້ອນແຂວງ ຊຽງຂວາງມີພູມສັນຖານເປັນພູດອຍ ແລະຍັງເປັນແຫຼ່ງທ່ອງທ່ຽວທີ່ສຳຄັນ ຂອງປະເທດເຮົາ ສະນັ້ນຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນເຂົ້າໃຈ ແລະໃຫ້ຮ່ວມມື ນຳອຳນາດການປົກຄອງທ້ອງຖິ່ນໃນ ການສ້າງສາພັດທະນາຢ່າງເຕັມແມັດ ເຕັມໜ່ວຍ ເພື່ອເຮັດໃຫ້ແຂວງຊຽງ ຂວາງມີ 2 ສໍ ຄື ສໍສະຫງົບ ແລະສໍສະເໜ່ ເພື່ອດຶງດູດນັກລົງທຶນ, ນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດເຂົ້າມາ ແຂວງຊຽງຂວາງນັບມື້ໃຫ້ຫຼາຍຂື້ນເລື້ອຍໆ.
Powered by Blogger.