Header Ads

ນັກການທູດ ສຫລ ໃນຈີນ ລາອອກ ຍ້ອນການຕັດສິນໃຈ ຖອນ ສຫລ ອອກຈາກ ຂໍ້ຕົກລົງປາຣີ

ປະ​ທາ​ນາ​ທິບໍດີ ​ດໍ​ໂນລ ທຣຳ ຢືນຢູ່ຂ້າງເວທີ ກ່ຽວກັບບົດບາດ
ຂອງສະຫະລັດ ກ່ຽວກັບສົນທິສັນຍາປາຣີ ດ້ານດິນຟ້າອາກາດ
ທີ່ສວນກຸຫຼາບ ທີ່ທຳນຽບຂາວ, ວໍຊີງຕັນ, 1 ພຶດສະພາ, 2017.
ຮັກສາ​ການຊົ່ວຄາວ ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ ປະຈຳ​ປະ​ເທດ​ຈີນ ທ່ານ David Rank ​ໄດ້​ລາອອກ​ຢ່າງ​ກະທັນຫັນ ​ໂດຍກ່າວຕໍ່​ເພື່ອ​ນຮ່ວມ​ງານ​ຂອງ​ທ່ານ​ວ່າ ທ່ານ​ຈະລາ​ອອກ ​ຈາກ​ກະຊວງ​ຕ່າງປະ​ເທດ ຍ້ອນ​ບໍ່​ເຫັນ​ພ້ອມ​ກັບການ​ຕັດສິນ​ໃຈ​ຂອງ​ປະ​ທາ​ນາ​ທິບໍດີ ​ດໍ​ໂນລ ທຣຳ ​ທີ່​ໄດ້​ຖອນ​ສະຫະລັດ ອອກ​ຈາກ​ຂໍ້​ຕົກລົງ​ປາຣີ ໃນ​ສັບປະດາແລ້ວ​.

​ເຈົ້າ​ໜ້າ​ທີ່​ສະຫະລັດ ທີ່​ຮູ້​ເລື່ອງໃນ​ການ​ລາ​ອອກ​ຈາກ​ຕຳ​ແໜ່​ງຂອງ​ທ່ານ Rank ​ໄດ້​ກ່າວ​ວ່າ ທ່ານ​ໄດ້​ປະ​ກາດ​ອອກ​ບຳນານ ໃນ​ວັນ​ຈັນ​ວານ​ນີ້ ໃນປະຊຸມຕອບ​ຄຳ​ຖາມຂອງ​ໝູ່ພະນັກງານ​ ​ສະຖານທູດ​.

ກະຊວງ​ການ​ຕ່າງປະ​ເທດ​ໄດ້​ໃຫ້ການ​ຢືນຢັນ ກ່ຽວ​ກັບການ​ປະກາດ​ທີ່​ວ່າ​ນີ້ ໂດ​ຍ​ກ່າວ​ວ່າ “ມັນ​ເປັນ​ການ​ຕັດສິນ​ໃຈຂອງ​ສ່ວນ​ບຸກຄົນ” ​ແຕ່​ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ຫຍັງ​ເພີ່ມ​ຕື່ມ ກ່ຽວ​ກັບ​ການ​ອອກ​ຈາກ​ຕຳ​ແໜ່​ງດັ່ງກ່າວນີ້.

​ທ່ານ Rank ​ໄດ້​ຮັບ​ຕຳ​ແໜ່​ງ​ເປັນ​ຮອງ​ຫົວໜ້າ ທີ່​ສະຖານທູດ​ ນັບ​ຕັ້ງ​ແຕ່​ເດືອນ​ມັງກອນ ປີ 2016 ​ເປັນ​ຕົ້ນ​ມາ ​ແລະໄດ້​ຮັບ​ໜ້າ​ທີ່ ​ເປັນ​ຮັກສາ​ການເອກ​ອັກຄະ​ລັດຖະທູດ ຈົນ​ກວ່າຜູ້​ທີ່​ທ່ານ​ທຣຳ​ແຕ່ງຕັ້ງ​ໃຫ້ເອກ​ອັກຄະ​ລັດຖະທູດ ຊຶ່ງ​ແມ່ນອະດີດ​ຜູ້​ປົກຄອງ​ລັດ ​ໄອ​ໂອວາ ທ່ານ Terry Branstad ຈະໄປ​ຮັບ​ໜ້າ​ທີ່​ຢ່າງ​ເປັນ​ທາງ​ການ​ໃນ​ທ້າຍ​ເດືອນ​ນີ້. ທ່ານ Branstad ​ແມ່ນ​ໄດ້​ຮັບ​ການ​ຢືນຢັນໃຫ້​ເຂົ້າຮັບ​ຕຳ​ແໜ່​ງດັ່ງກ່າວ ​ໃນ​ເດືອນ​ແລ້ວ​ນີ້.
Powered by Blogger.