Header Ads

ຂັບລົດໃຫຍ່ບໍ່ໃຊ້ສາຍຮັດນິລະໄພ ຖືກປັບໃໝແລ້ວເດີ

https://laopost.com/wp-content/uploads/2017/06/
ຕຳຫຼວດເຮັດແທ້ແລ້ວ ໃຜຂັບຂີ່ລົດໃຫຍ່ບໍ່ໃສ່ສາຍຮັດນິລະໄພ ນອກຈາກບໍ່ປອດໄພຕໍ່ຊີວິດແລ້ວ ຍັງຈະຖືກປັບໃໝຕາມກົດໝາຍ

ໃນຫຼາຍປີທີ່ຜ່ານມາສະພາບເສດຖະກິດດີຂຶ້ນ ຜູ້ຄົນມີລົດສ່ວນຕົວຮັບໃຊ້ຫຼາຍຂຶ້ນ ໃນຂະນະທີ່ອຸບັດເຫດຕາມທ້ອງຖະໜົນກໍຫຼາຍຂຶ້ນເຊັ່ນດຽວກັນ ເຊິ່ງໃນຫຼາຍກໍລະນີທີ່ລົດໃຫຍ່ເກີດອຸບັດເຫດ ເຮັດໃຫ້ມີຜູ້ບາດເຈັບສາຫັດຫຼືເສຍຊີວິດ ລ້ວນແຕ່ບໍ່ໄດ້ຮັດສາຍຮັດນິລະໄພ ທັ້ງໆ ທີ່ໃນກົດໝາຍວ່າດ້ວຍ ການຈະລາຈອນທາງບົກ ກໍໄດ້ກຳນົດໃຫ້ຜູ້ຂັບຂີ່ລົດສີ່ລໍ້ ລວມທັງຜູ້ນັ່ງດ້ານໜ້າຕ້ອງໃຊ້ສາຍຮັດນິລະໄພທຸກຄັ້ງ.

ຫຼ້າສຸດ ໄລຍະນີ້ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ໄດ້ເຄັ່ງຄັດຕໍ່ການໃຊ້ສາຍຮັດນິລະໄພຂຶ້ນຕື່ມ ໂດຍຜູ້ໃດບໍ່ຮັດສາຍຮັດນິລະໄພຈະຖືກຢຸດລົດ ແລະປັບໃໝຄັນລະ 150,000 ກີບ ເຊິ່ງໄດ້ມີຜູ້ຖືກປັບໃໝມາແລ້ວຈຳນວນຫຼາຍ.

ໃນຫຍໍ້ໜ້າສຸດທ້າຍຂອງ ມາດຕາ 18 ຂອງກົດໝາຍວ່າດ້ວຍ ການຈະລາຈອນທາງບົກ ສະບັບປັບປຸງ ທີ່ປະກາດໃຊ້ເມື່ອປີ 2013 ໄດ້ລະບຸໄວ້ວ່າ: ຜູ້ຂັບຂີ່ລົດສີ່ລໍ້ຂຶ້ນໄປ ລວມທັງຜູ້ນັ່ງທາງໜ້າຕ້ອງໃສ່ສາຍຮັດນິລະໄພ, ເດັກນ້ອຍທີ່ບໍ່ສາມາດໃສ່ສາຍຮັດນິລະໄພຕາມປົກກະຕິໄດ້ ໃຫ້ນັ່ງເບາະນັ່ງສະເພາະ.
https://laopost.com/wp-content/uploads/2017/06/
Powered by Blogger.