Header Ads

“ທ່ານ ນາຍົກ ທອງລຸນ” ຂຶ້ນກ່າວປາໄສຕໍ່ “ກອງປະຊຸມສາກົນ ອະນາຄົດຂອງອາຊີ” ທີ່ຍີ່ປຸ່ນ

https://blogger.googleusercontent.com/img/b/R29vZ2xl/AVvXsEguALBNeOhPeQ97oP2jjMNq0w4H4fEmS5lIwNRPxpwNIqiZTrhcEZL2fRLdzPE2t-YFd5T0Xo6diIlgl0nF859wuHFZybzc4mCFcK2a7YCRdxGNhaBnqKl8oQJfi4yn96m2yLi1JFI8-G0/s1600/
ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບ ອະນາຄົດຂອງອາຊີ ຄັ້ງທີ 23, ພາຍໃຕ້ຫົວຂໍ້: “ໄລຍະຂ້າມຜ່ານຂອງຍຸກໂລກາພິວັດ: ອາຊີ ຈະກ້າວເດີນໄປແນວໃດ”, ເຊິ່ງຈັດຂຶ້ນໂດຍ ສໍານັກຂ່າວໜັງສືພິມ ນິກເກ ຂອງ ຍີ່ປຸ່ນ, ໃນວັນທີ 5 ມິຖຸນາ 2017 ທີ່ ໂຕກຽວ, ປະເທດ ຍີ່ປຸ່ນ ດ້ວຍຜົນສໍາເລັດອັນຈົບງາມ.
ໃນກອງປະຊຸມດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ຂຶ້ນກ່າວປາໄສ ໂດຍໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນ ຂອງຂະບວນວິວັດ ຂອງ ໂລກາພິວັດ, ຜົນປະໂຫຍດ ແລະ ສິ່ງທ້າທາຍ ຂອງການຮ່ວມມື ແລະ ການເຊື່ອມໂຍງພາກພື້ນ ແລະ ສາກົນ ລວມທັງມາດຕະການຮັບມືຂອງ ອາຊີ ແລະ ສປປ ລາວ ຕໍ່ໜ້າສະພາບການ ທີ່ເກີດມີຂະບວນການຕ້ານໂລກາພິວັດ ກໍຄື ການກໍາເນີດຂະບວນການຫັນເປັນແນວຄິດຊາດນິຍົມ ແລະ ປົກປ້ອງຕົນເອງ. ໃນນັ້ນ, ໄດ້ເນັ້ນໃຫ້ເຫັນຄວາມສໍາຄັນຂອງການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບ ຂອງພາກພື້ນ ເຊິ່ງເປັນເງື່ອນໄຂພື້ນຖານ ແລະ ຈໍາເປັນທີ່ສຸດ ໃນການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດ ກໍຄື ພາກພື້ນ.ໃນມື້ດຽວກັນ, ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ສໍາພາດ ໜັງສືພິມ ແລະ ໂທລະພາບ ນິກເກ ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນປະຈຸບັນ, ທັດສະນະ ຕໍ່ ບັນຫາພາກພື້ນ ແລະ ສາກົນທີ່ພົ້ນເດັ່ນ ຈໍານວນໜຶ່ງ.ພ້ອມດຽວກັນນີ້, ໃນວັນທີ 6 ມິຖຸນາ 2017 ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ກໍ່ໄດ້ເຂົ້າຮ່ວມກອງປະຊຸມສໍາມະນາ ກ່ຽວກັບ ເສດຖະກິດຂອງ ສປປ ລາວ, ຈັດຂຶ້ນໂດຍ ສໍານັກງານໃຫຍ່ ອົງການການຄ້າຕ່າງປະເທດຂອງຍີ່ປຸ່ນ (JETRO) ແລະ ສູນອາຊຽນ-ຍີ່ປຸ່ນ (AJC), ເຊິ່ງໄດ້ກ່າວປາໄສ ກ່ຽວກັບ ເງື່ອນໄຂ ແລະ ສະພາບການຂອງ ສປປ ລາວ ທີ່ເອື້ອອໍານວຍ ແລະ ຮອງຮັບການລົງທຶນຈາກຕ່າງປະເທດ ລວມທັງ ນັກລົງທຶນຍີ່ປຸ່ນ. ຄຽງຄູ່ກັນນີ້, ກໍໄດ້ຮັບຟັງຄໍາຄິດເຫັນ ກ່ຽວກັບ ຜົນສໍາເລັດຂອງ ບັນດາບໍລິສັດ ແລະ ນັກລົງທຶນຍີ່ປຸ່ນ ທີ່ກໍາລັງລົງທຶນ ຢູ່ ສປປ ລາວ, ໂດຍສະເພາະ ຢູ່ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ລວມທັງ ໄດ້ຕອບຄໍາຖາມຂໍ້ຂ້ອງໃຈ ຈາກບັນດາຜູ້ເຂົ້າຮ່ວມກອງປະຊຸມ ຈໍານວນໜຶ່ງ.ໃນໂອກາດຢ້ຽມຢາມຍີ່ປຸ່ນໃນຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ພົບປະໂອ້ລົມກັບ ບັນດາພະນັກງານສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ, ບັນດານັກສຶກສາລາວ ທີ່ກໍາລັງສຶກສາຢູ່ປະເທດຍີ່ປຸ່ນ ແລະ ບັນດາພີ່ນ້ອງ ແລະ ຄົນເຊື້ອຊາດລາວ ທີ່ດໍາລົງຊີວິດ ຢູ່ ຍີ່ປຸ່ນ ຈໍານວນໜຶ່ງ ໃນຕອນແລງຂອງວັນທີ 4 ມິຖຸນາ 2017 ເພື່ອຕອບຄໍາຖາມຂໍ້ຂ້ອງໃຈ ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນປະຈຸບັນ ແລະ ຊີ້ນໍາໃຫ້ມີການປະກອບສ່ວນເຂົ້າໃນວຽກງານການພັດທະນາປະເທດ ໃນອະນາຄົດ ໂດຍຖອດຖອນບົດຮຽນທີ່ດີຈາກປະເທດຍີ່ປຸ່ນ. ນອກຈາກນີ້, ກໍ່ຍັງໄດ້ເດີນທາງໄປຢ້ຽມຊົມສະຖານນີອ່າງເກັບ ແລະ ປ່ອຍນໍ້າຂອງເມືອງ ຄາຊຸຄະເບ (Kasukabe) ແລະ ສູນຫັດຖະກໍາ ຮາໂກຍຕະ (Hagoita) ຂອງແຂວງໄຊຕະມະ. ຂປລ
Tags :ຂ່າວລາວ
Powered by Blogger.