Header Ads

“ທຣັມ” ອ້າງວ່າຕົນເປັນຜູ້ເຮັດໃຫ້ “ກາຕາຣ໌” ຖືກ 7 ປະເທດຂວໍ້າບາດ ກ່ອນທີ່ຈະປ່ຽນຄວາມ “ຮຽກຮ້ອງໃຫ້ເປັນໜຶ່ງດຽວກັນ”

ປະທານາທິບໍດີ ໂດນັລດ໌ ທຣັມ ຂອງອາເມຣິກາ ອອກມາອ້າງວ່າເປັນຄວາມສຳເລັດຂອງຕົນ ຕໍ່ກັບກໍລະນີທີ່ຫຼາຍຊາດ ໃນຕາເວັນອອກກາງ ປະກາດຕັດຄວາມສຳພັນທາງການທູດກັບ ປະເທດກາຕາຣ໌ ເນື່ອງຈາກໃຫ້ການສະໜັບສະໜູນການກໍ່ການຮ້າຍ ໂດຍທຣັມລະບຸວ່າ ການເດີນທາງຢ້ຽມຢາມຊາອຸດິອາຣະເບຍຂອງລາວ ໄດ້ສົ່ງຜົນໃຫ້ເຫັນແລ້ວ ໃນທີ່ສຸດ.“ລະຫວ່າງການຢ້ຽມຢາມຕາເວັນອອກກາງເມື່ອບໍ່ດົນນີ້ ຂ້ອຍໄດ້ຢໍ້າວ່າພວກເຮົາ ຈະປ່ອຍໃຫ້ມີການໃຊ້ເງິນສະໜັບສະໜູນ ແນວຄິດກໍ່ການຮ້າຍອີກບໍ່ໄດ້ ບັນດາຜູ້ນຳກໍ່ຊີ້ໄປທີ່ປະເທດກາຕາຣ໌ ແລ້ວເບິ່ງແມະວ່າເກີດຫຍັງຂຶ້ນ! ” ທຣັມກ່າວ ແລະ ເວົ້າວ່າ “ເປັນເລື່ອງທີ່ດີຫຼາຍ ທີ່ເຫັນວ່າການຢ້ຽມຢາມ ຊາອຸດິອາຣະເບຍ ແລະ ພົບກັບຜູ້ນຳຊາດຕ່າງໆ ໃຫ້ຜົນດີຢ່າງທີ່ເຫັນ ພວກເຂົາບອກວ່າ ຈະຈັດການຢ່າງຈິງຈັງ ກັບພວກທີ່ໃຫ້ການສະໜັບສະໜູນການກໍ່ການຮ້າຍ ແລະ ທຸກຄົນຕ່າງລະບຸໂຕໄປທີ່ກາຕາຣ໌”ແມ້ວ່າທຣັມຈະສະແດງຄວາມຍິນດີ ແລະ ກ່າວອ້າງວ່າເປັນຜົນສຳເລັດຂອງຕົນ ແຕ່ທຣັມຄືຊິລືມໄປແລ້ວວ່າ ປະເທດກາຕາຣ໌ ເປັນຖານທັບອາກາດທີ່ໃຫຍ່ທີ່ສຸດຂອງອາເມຣິກາ ໃນຕາເວັນອອກກາງ ໂດຍມີເຈົ້າໜ້າທີ່ອາເມຣິກາ ປະຈຳການຫຼາຍເຖິງ 8,000 ຄົນ.ລ່າສຸດທາງປະທານາທິບໍດີທຣັມ ປ່ຽນຄຳເວົ້າ ໂດຍມີການໃຫ້ຂ່າວວ່າຕົນ ໄດ້ໂທລະສັບໄປລົມກັບກະສັດ ຊາອຸດິອາຣະເບຍ ແລະ ຮຽກຮ້ອງຄວາມເປັນໜຶ່ງດຽວກັນ ຂອງປະເທດໃນຕາເວັນອອກກາງ ທ່າມກາງຄວາມຕຶງຄຽດທີ່ເພີ່ມຂຶ້ນ ຂອງຂໍ້ກ່າວຫາທີ່ວ່າກາຕາຣ໌ ສະໜັບສະໜູນການກໍ່ການຮ້າຍ.
Powered by Blogger.