Header Ads

ເລຂາທິການໃຫຍ່ ເນັ້ນ ປກສ ຕ້ອງເຊີດຊູ ຄວາມຮັບຜິດຊອບເພື່ອເລັ່ງແກ້ໄຂຈຸດອ່ອນ

...
ກະຊວງປ້ອງກັນ ຄວາມສະຫງົບ (ປກສ) ໄດ້ຈັດ ກອງປະຊຸມດຳເນີນຊີວິດການ ເມືອງປັບປຸງປົວແປງພັກທົ່ວ ກຳລັງປ້ອງກັນຄວາມສະຫງົບ ຂຶ້ນໃນວັນທີ 5 ມີຖຸນາຜ່ານມາ ນີ້ ທີ່ກະຊວງ ປກສ ໂດຍການ ເປັນປະທານຂອງສະຫາຍ ພົນ ຈັດຕະວາ ສົມແກ້ວ ສີລາວົງ ເລຂາທິການສູນກາງພັກ, ລັດ ຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ, ໂດຍການໃຫ້ ກຽດເຂົ້າຮ່ວມຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການ ໃຫຍ່ ຄະນະບໍລິຫານງານສູນ ກາງພັກປະຊາຊົນ ປະຕິວັດ ລາວ, ປະທານປະເທດ, ມີບັນ ດາຄະນະພັກ, ຄະນະນຳກະ ຊວງ, ພ້ອມດ້ວຍພະນັກງານ ຫຼັກແຫຼ່ງ ຈາກບັນດາກົມກອງ ອ້ອມຂ້າງກະຊວງເຂົ້າຮ່ວມ. ໃນໂອກາດເຂົ້າຮ່ວມ ກອງປະຊຸມ ສະຫາຍ ບຸນຍັງ ວໍລະຈິດ ໄດ້ເນັ້ນວ່າ: ການດຳ ເນີນຊີວິດການເມືອງປັບປຸງປົວ ແປງພັກ ໃນຄັ້ງນີ້, ຕ້ອງເປັນ ການເຊີດຊູຄວາມຮັບຜິດຊອບ ຮ່ວມກັນຂອງໝູ່ຄະນະ ເພື່ອ ເລັ່ງໃສ່ແກ້ໄຂຈຸດອ່ອນ, ຂໍ້ຄົງ ຄ້າງ ທັງເປັນການເສີມຂະ ຫຍາຍປະຊາທິປະໄຕ ຢູ່ພາຍ ໃນພັກຢ່າງແຂງແຮງ ເພື່ອລວບ ລວມ ສະຕິປັນຍາລວມໝູ່ ແລະ ມະຫາຊົນ, ຕີລາຄາຖືກຕ້ອງ, ຊັດເຈນຕໍ່ສະພາບການທີ່ເກີດ ຂຶ້ນ ແລະ ບັນລຸຄວາມເປັນເອ ກະພາບສູງ, ການຕັດສິນໃຈ ເດັດຂາດ ແລະ ດ້ວຍທິດທາງ, ວິທີການ, ມາດຕະການຈະແຈ້ງ ແລະ ເປັນລະບົບໃນການແກ້ ໄຂບັນຫາ, ຕ້ອງເປັນການປຸກ ລະດົມຢ່າງແຂງແຮງມານະ ຈິດປະຕິວັດ ບຸກບືນທີ່ແທ້ຈິງ ຄື: ຍອມຮັບຈຸດອ່ອນ ແລະ ຂໍ້ຜິດພາດ, ຮູ້້້ຄວາມຜິດຕ້ອງ ແກ້ໄຂ, ຮູ້ຈຸດອ່ອນຕ້ອງປ່ຽນ ແປງ, ຮູ້ວ່າຕົນເອງຍັງດ້ອຍ ຕ້ອງຊອກຮູ້ຮ່ຳຮຽນ, ຕ້ອງກ້າ ເສຍສະຫຼະ ເພື່ອຜົນປະໂຫຍດ ຂອງຊາດ. ສະຫາຍເລຂາທິການ ໃຫຍ່ ຍັງເນັ້ນຕື່ມວ່າ: ສຳລັບ ອົງຄະນະພັກ ກະຊວງປ້ອງກັນ ຄວາມສະຫງົບຕ້ອງເຮັດໃຫ້ ການດຳເນີນຊີວິດການເມືອງ ປັບປຸງປົວແປງພັກ ຕິດພັນກັບ ການສ້າງເງື່ອນໄຂ ແລະ ປັດໄຈ ຕ່າງໆ ເພື່ອບັນລຸບັນດາຄາດ ໝາຍໃຫຍ່ 5 ປະການຄື: ສ້າງ ກຳລັງປ້ອງກັນຄວາມສະຫງົບ ປະຊາຊົນໃຫ້ມີຄວາມໜັກ ແໜ້ນທາງດ້ານການເມືອງ ແນວຄິດ, ມີຄວາມຈົງຮັກພັກດີ ຊື່ສັດບໍລິສຸດຕໍ່ພັກ ຕໍ່ປະເທດ ຊາດ ແລະ ຕໍ່ປະຊາຊົນຢ່າງ ສະເໝີຕົ້ນສະເໝີປາຍ, ສ້າງ ກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ ໃຫ້ເປັນກຳລັງທີ່ມີ ຄວາມສາມັກຄີ ເປັນເອກະ ພາບຢ່າງໜັກແໜ້ນ, ສ້າງໃຫ້ ເປັນກຳລັງທີ່ມີລະບົບກົງຈັກ ການຈັດຕັ້ງທີ່ເຂັ້ມແຂງ, ມີເຫຼົ່າ ຮົບວິຊາສະເພາະ ແລະ ໜ່ວຍ ປະກອບອາວຸດ ແຕ່ລະຂັ້ນທີ່ ແທດເໝາະ, ມີຄວາມຊຳນິ ຊຳນານ ແລະ ໜັກແໜ້ນ, ສ້າງ ກຳລັງປ້ອງກັນຄວາມສະຫງົບ ໃຫ້ເປັນກຳລັງທີ່ມີລະບຽບວິໄນ, ມີແບບແຜນທີ່ທັນສະໄໝ ແລະ ສ້າງກຳລັງປ້ອງກັນຄວາມສະ ຫງົບໃຫ້ເປັນກຳລັງທີ່ມີຄວາມ ປອດໃສເຂັ້ມແຂງໜັກແໜ້ນ ເປັນກຳລັງທີ່ໄດ້ຮັບຄວາມໄວ້ ວາງໃຈຈາກທົ່ວປວງຊົນ, ເປັນ ກຳລັງທີ່ປະກອບສ່ວນຢ່າງຕັ້ງ ໜ້າເຂົ້າໃນການເຮັດໃຫ້ປະ ເທດຊາດມີສະຖຽນລະພາບ ທາງດ້ານການເມືອງທີ່ໝັ້ນຄົງ ແລະ ມີຄວາມເປັນລະບຽບ ຮຽບຮ້ອຍທາງສັງຄົມຢ່າງ ໜັກແໜ້ນ. ສະຫາຍເລຂາທິການ ໃຫຍ່ ຍັງໄດ້ຮຽກຮ້ອງໃຫ້ບັນດາ ສະຫາຍທົ່ວກຳລັງປ້ອງກັນ ຄວາມສະຫງົບ ຈົ່ງພ້ອມກັນ ຍົກສູງຄວາມຮັບຜິດຊອບຂອງ ຕົນ ເພື່ອໃຫ້ບັນລຸຕາມຄາດ ໝາຍທີ່ກ່າວມາດ້ວຍຈິດໃຈ ບຸກທະລຸ ໃນການເບິ່ງບັນຫາ, ກ້າເວົ້າຄວາມຈິງ, ກ້າຫານຮັບ ເອົາຄວາມຈິງ ແລະ ກ້າປ່ຽນ ແປງຕົນເອງໃຫ້ສົມກັບເປັນ ກຳລັງຫຼັກແຫຼ່ງຂອງກຳລັງປະ ກອບອາວຸດປະຊ າຊົນ.
Powered by Blogger.