Header Ads

ຫໍສະພາແຫ່ງຊາດຫຼັງໃໝ່ຈະເລີ່ມກໍ່ສ້າງ ໃນກາງເດືອນກໍລະກົດນີ້

...ໂຄງການກໍ່ສ້າງຫໍສະພາ ແຫ່ງຊາດຫຼັງໃໝ່ ຈະເລີ່ມລົງມື ກໍ່ສ້າງໃນກາງເດືອນກໍລະກົດ 2017 ນີ້ ແລະ ຄາດວ່າ ຈະໃຊ້ ເວລາປະມານ 3 ປີໃຫ້ສຳເລັດ ເພື່ອຮອງຮັບໃຫ້ແກ່ການປະຕິ ບັດໜ້າທີ່ວຽກງານຂອງສະພາ ແຫ່ງຊາດ. ສ່ວນອາຄານຫຼັງ ເກົ່າທີ່ໃຊ້ງານມາເປັນເວລາ 20 ກວ່າປີຈະຖືກຮື້ຖອນ. ພິທີຖະແຫຼງຂ່າວກ່ຽວ ກັບການຮື້ຖອນຫໍສະພາແຫ່ງ ຊາດຫຼັງເກົ່າ ເພື່ອກໍ່ສ້າງຫໍສະ ພາແຫ່ງຊາດ ຫຼັງໃໝ່ໄດ້ມີຂຶ້ນ ໃນວັນທີ 2 ມີຖຸນານີ້, ທີ່ສະ ພາແຫ່ງຊາດ ນະຄອນຫຼວງ ວຽງ ຈັນ ໂດຍການຖະແຫຼງຂ່າວ ຂອງທ່ານນາງ ສວນສະຫວັນ ວິຍະເກດ ກຳມະການຄະນະ ປະຈຳສະພາແຫ່ງຊາດ ເລຂາທິການສະພາແຫ່ງຊາດ ຮອງ ຫົວໜ້າຄະນະຊີ້ນຳລະດັບຊາດ ກ່ຽວກັບການຮື້ຖອນຫໍສະພາ ແຫ່ງຊາດຫຼັງເກົ່າ ເພື່ອກໍ່ສ້າງ ຫໍສະພາແຫ່ງຊາດຫຼັງໃໝ່. ໃນພິທີທ່ານນາງ ສວນສະຫວັນ ວິຍະເກດ ໄດ້ ໃຫ້ຮູ້ວ່າ: ຫໍສະພາແຫງຊາດທີ່ ນຳໃຊ້ຢູ່ໃນປັດຈຸບັນ ໄດ້ກໍ່ສ້າງ ສຳເລັດໃນປີ 1990 ໂດຍນຳ ໃຊ້ທຶນຮອນຂອງລັດຖະບານ, ເປັນອາຄານ 3 ຊັ້ນ ຊຶ່ງອອກ ແບບໂດຍສະຖາປານິກລາວ ເຮົາ, ຮູບຊົງຂອງອາຄານມີຄວາມ ສະຫງ່າງາມຕາມຮູບແບບ ຂອງລາວ, ອາຄານປະກອບມີ ຫ້ອງປະຊຸມໃຫຍ່ສຳລັບນຳໃຊ້ ເຂົ້າໃນການດຳເນີນກອງປະ ຊຸມສະພາແຫ່ງຊາດ, ຫ້ອງປະ ຊຸມນ້ອຍຢູ່ສອງຂ້າງ ແລະ ມີ ຫ້ອງເຮັດວຽກສຳລັບການນຳ ແລະ ພະນັກງານ - ລັດຖະກອນ ຂອງສະພາແຫ່ງຊາດ, ສັງລວມ ແລ້ວຫໍສະພາແຫ່ງຊາດ ຫຼັງປັດ ຈຸບັນ ໄດ້ນຳໃຊ້ເປັນສະຖານທີ່ ອຳນວຍຄວາມສະດວກໃຫ້ສະ ມາຊິກສະພາແຫ່ງຊາດປະຕິ ບັດພາລະບົດບາດດ້ານນິຕິ ບັນຍັດ, ການຕົກລົງບັນຫາສຳ ຄັນພື້ນຖານຂອງປະເທດຊາດ, ການປະຕິບັດບົດບາດຕິດຕາມ ກວດກາການປະຕິບັດລັດຖະ ທຳມະນູນ, ກົດໝາຍຕະຫຼອດ ມາ. ທ່ານກ່າວຕື່ມອີກວ່າ: ຜ່ານການນຳໃຊ້ຫໍສະພາແຫ່ງ ຊາດເຂົ້າໃນການປະຕິບັດໜ້າ ທີ່ວຽກງານຂອງສະພາແຫ່ງ ຊາດໃນໄລຍະ 26 ປີຜ່ານມາ ມີຫຼາຍຈຸດເກີດການເພພັງ, ຮົ່ວ ຊຶມເຊິ່ງແຕ່ລະປີຕ້ອງໄດ້ໃຊ້ ງົບປະມານເຂົ້າໃນການສ້ອມ ແປງ, ບາງໜ້າວຽກການສ້ອມ ແປງພົບຄວາມຫຍຸ້ງຍາກ ແລະ ໃຊ້ງົບປະມານຫຼາຍເປັນຕົ້ນເພ ດານ ແລະ ຫຼັງຄາຫ້ອງປະຊຸມ ທັງມີຄວາມສ່ຽງທີ່ຈະເກີດອັນ ຕະລາຍ ໂດຍສະເພາະໃນ ເວລາດຳເນີນກອງປະຊຸມ ສະພາແຫ່ງຊາດ. ຜ່ານການ ຄົ້ນຄວ້າ, ປຶກສາຫາລືກ່ຽວກັບ ການສ້າງຫໍສະພາແຫ່ງຊາດ ຫຼັງໃໝ່ໄດ້ເລີ່ມມາແຕ່ສະພາ ແຫ່ງຊາດ ຊຸດທີ VI ແລະ VII ໂດຍໄດ້ຄົ້ນຄວ້າກ່ຽວກັບສະ ຖານທີ່ປຸກສ້າງ. ຮູບແບບຂອງ ອາຄານ, ທຶນຮອນໃນການກໍ່ ສ້າງ, ເພື່ອສືບຕໍ່ຜັນຂະຫຍາຍ ທິດທາງ, ແຜນການດັ່ງກ່າວ ໂດຍໄດ້ຮັບການຕົກລົງຈາກ ສູນກາງພັກ, ສະພາແຫ່ງຊາດ ຊຸດທີ VIII ໄດ້ມີຄວາມກຽມ ພ້ອມໃນການປຸກສ້າງຫໍສະພາ ແຫ່ງຊາດຫຼັງໃໝ່ແທນຫໍສະພາ ແຫ່ງຊາດຫຼັງປັດຈຸບັນທີ່ຈະຖືກ ຮື້ຖອນ, ການກະກຽມການກໍ່ ສ້າງ, ສະພາແຫ່ງຊາດໄດ້ແຕ່ງ ຕັ້ງຄະນະຮັບຜິດຊອບກໍ່ສ້າງ ຫໍສະພາແຫ່ງຊາດຫຼັງໃໝ່ ຊຶ່ງ ປະກອບດ້ວຍຄະນະນຳຈາກ ສະພາແຫ່ງຊາດ ແລະ ຄະນະ ນຳຂອງກະຊວງກ່ຽວຂ້ອງ. ສຳລັບການອອກແບບ ໄດ້ເປີດກວ້າງໃຫ້ບັນດາບໍລິ ສັດທີ່ມີຄວາມຊຳນານ, ມີປະ ສົບປະການດ້ານສະຖາປານິກ ເປັນຜູ້ອອກແບບ ເພື່ອໃຫ້ຄະ ນະກຳມະການເປັນຜູ້ກວດກາ ອອກແບບໃຫ້ມີຄວາມຮັບປະ ກັນດ້ານຄຸນນະພາບ. ຫໍສະພາແຫ່ງຊາດຫຼັງໃໝ່ ເປັນອາຄານທີ່ມີເອກະລັກວັດ ທະນະທຳຂອງຊາດມີຄວາມ ໂອໂຖງສະຫງ່າງາມ ແລະ ທັນ ສະໄໝ, ແຂງແຮງທົນທານ, ມີອາຍຸການນຳໃຊ້ໄດ້ຫຼາຍ ກວ່າ 100 ປີ ແລະ ສະແດງໃຫ້ ເຫັນເຖິງອົງການອຳນາດສູງ ສຸດແຫ່ງລັດ, ມີຄວາມສອດ ຄ່ອງກັບລັກສະນະຂອງລັດຖະ ສະພາ, ສະດວກຮອງຮັບການ ປະຕິບັດພາລະບົດບາດຂອງ ສະພາແຫ່ງຊາດ. ທ່ານກ່າວໃຫ້ຮູ້ຕື່ມອີກ ວ່າ: ການປຸກສ້າງຫໍສະພາ ແຫ່ງຊາດຫຼັງໃໝ່ ໄດ້ຮັບການ ຊ່ວຍເຫຼືອຈາກພັກ-ລັດ ແລະ ປະຊາຊົນຫວຽດນາມ ອ້າຍ ນ້ອງ ຊຶ່ງໄດ້ບິແບ່ງທຶນຮອນຈຳ ນວນໜຶ່ງຊ່ວຍພວກເຮົາການ ຊ່ວຍເຫຼືອດັ່ງກ່າວເປັນສ່ວນ ປະກອບສຳຄັນໃນການເສີມ ສ້າງສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ, ຄວາມສາ ມັກຄີພິເສດ ແລະ ການຮ່ວມມື ຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງ ຊາດລາວ-ຫວຽດນາມເວົ້າ ລວມ, ເວົ້າສະເພາະລະຫວ່າງ ສອງສະພາແຫ່ງຊາດລາວ-ຫວຽດນາມ, ຫໍສະພາແຫ່ງຊາດ ຫຼັງໃໝ່ເປັນອາຄານ 5 ຊັ້ນປະ ກອບດ້ວຍຫ້ອງປະຊຸມໃຫຍ ຂອງສະພາແຫ່ງຊາດ, ຫ້ອງ ໂຖງ ໃຫຍ່, ຫ້ອງກຽດຕິຍົດ, ຫ້ອງປະຊຸມຂະໜາດກາງ ແລະ ນ້ອຍ, ຫ້ອງເຮັດວຽກຂອງ ບັນດາທ່ານຄະນະປະຈຳສະ ພາແຫ່ງຊາດ, ບັນດາຫ້ອງກະ ກຽມຮອງຮັບວຽກປະຊຸມອື່ນໆ. ການກໍ່ສ້າງຫໍສະພາແຫ່ງ ຊາດຫຼັງໃໝ່ ສູນກາງພັກ, ສະພາ ແຫ່ງຊາດ, ລັດຖະບານຈິ່ງໄດ້ ມີການຄົ້ນຄວ້າມາເປັນເວລາ ຫຼາຍປີ, ປຶກສາຫາລືຫຼາຍລົບ ຫຼາຍຕ່າວ, ມາຮອດປັດຈຸບັນ ເຫັນວ່າມີຄວາມສຸກງອມແລ້ວ ຈຶ່ງຂໍແຈ້ງມາຍັງບັນດາທ່ານ ໄດ້ຮັບຊາບ ແລະ ຂໍໃຫ້ພໍ່ແມ່ ປະຊາຊົນລາວບັນດາເຜົ່າຈົ່ງ ເຂົ້າໃຈເປັນເອກະພາບ ແລະ ມີຄວາມເຊື່ອໝັ້ນຕໍ່ການປະຕິ ບັດໜ້າທີ່ວຽກງານຂອງຄະນະ ຮັບຜິດຊອບປຸກສ້າງຫໍສະພາ ແຫ່ງຊາດຫຼັງໃໝ່ດຳເນີນໄປ ຕາມກົດໝາຍ, ສຳເລັດຕາມ ຄາດໝາຍທີ່ວາງໄວ້.
Powered by Blogger.