ກາຕ້າກ່າວວ່າ ຄູເວດ ຮຽກຮອ້ງໃຫ້ ເລື່ອນເວລາ ເພື່ອແກ້ໄຂວິກິດ ການທູດ
ລັດຖະມົນຕີຕ່າງປະເທດກາຕ້າກ່າວໃນວັນອັງຄານມື້ນີ້ວ່າ ຄູເວດໄດ້ຮ້ອງຂໍໃຫ້ ກະສັດຜູ້ປົກຄອງກາຕ້າ ເລື່ອນເວລາ ໃນການກ່າວຄຳປາໄສ ແລະຂໍເວລາຕື່ມເພື່ອແກ້ໄຂວິກິດການ ທີ່ໄດ້ລະເບີດຂຶ້ນ ເວລາ ຊາອຸດີ ອາຣາເບຍ ອີຈິບ ບາເຣນ ສະຫະລັດອາຣັບເອເມີເຮັສ ເຢເມນແລະມາລດິບ ຕ່າງກໍໄດ້ຕັດຄວາມສຳ ພັນທາງການທູດກັບກາຕ້າ.ການປະກາດຢ່າງຕໍ່ເນື່ອງຂອງປະເທດເຫຼົ່ານີ້ ໄດ້ກ່າວຫາກາຕ້າວ່າ ສະໜັບສະໜູນການກໍ່ການຮ້າຍ ຊຶ່ງກາຕ້າໄດ້ປະຕິເສດ.Sheik Mohammed Bin Abdullah Al Thani ກ່າວຢູ່ໃນການໃຫ້ສຳພາດກັບໂທລະພາບ Al Jazeera ວ່າ ຄູເວດເຄີຍໄດ້ຊ່ວຍໃນການແກ້ໄຂວິກິດການທີ່ຄ້າຍຄືກັນນີ້ເມື່ອສາມປີກ່ອນ ກັບບັນດາສະມາຊິກຂອງຫົກປະເທດສະພາການ ຮ່ວມມືໃນເຂດ
ອ່າວເປີເຊຍ.ອົງການຂ່າວ KUNA ຂອງລັດຖະບານຄູເວດກ່າວວ່າ Sheik Sabah al-Ahmad al-Sabah ໄດ້ຮຽກຮ້ອງໃຫ້ກະສັດຜູ້ປົກຄອງກາຕ້າ Sheik Tamim bin HamadAl Thani “ໃຊ້ຄວາມຍັບຢັ້ງຕົນເອງ ແລະຫລີກເວັ້ນຈາກການ ເອົາບາດກ້າວທີ່ຈະເຮັດໃຫ້ສະຖານະການຮ້າຍແຮງຂຶ້ນຕື່ມ.”Sheik Mohammed ກ່າວຕໍ່ໂທລະພາບ Al Jazeera ວ່າປະເທດຂອງທ່ານ “ບໍ່ໄດ້ສະແດງໃຫ້ເຫັນວ່ າວິກິດການພ້ອມແລ້ວ ທີ່ຈະເກີດຂຶ້ນ” ແລະບັນຫານີ້ ຄວນຈະໄດ້ຖືກສົນທະນາຢູ່ກອງປະຊຸມສະພາການຮ່ວມມືໃນເຂດອ່າວເປີເຊຍຫຼື GCC ຫລືກອງປະຊຸມສຸດຍອດ ອາຣັບ ອິສລາມ ອາເມຣິກັນ ໃນເດືອນແລ້ວນີ້.ທ່ານກ່າວຢໍ້າເຖິງນໍ້າສຽງທ້າທາຍຂອງກາຕ້າ ໂດຍເວົ້າວ່າປະເທດດັ່ງກ່າວໄດ້ປະຕິເສດຕໍ່ບັນດາປະເທດເຫຼົ່ານັ້ ທີ່ຈະ “ພະຍາຍາມບັງຄັບໃຫ້ກາຕ້າປະຕິບັດຕາມ ຫລືກ້າວກ່າຍກິດຈະການພາຍໃນຂອງຕົນ.”ກະຊວງຕ່າງປະເທດກ່າວໃນວັນຈັນວານນີ້ວ່າ ມາດຕະການດັ່ງກ່າວ “ບໍ່ມີເຫດຜົນແລະອີງຕາມເລື່ອງທີ່ບໍ່ມີມູນຄວາມຈິງ ແລະການກ່າວຫາທີ່ບໍ່ຖືກຕ້ອງ.”
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ Rex Tillerson ໄດ້ກ່າວຢໍ້າໃນວັນອັງຄານມື້ນີ້ວ່າ ສະຫະລັດຫວັງວ່າ ບັນດາປະເທດທີ່ພົວພັນສາມາດໃຊ້ການສົນທະນາເພື່ອແກ້ໄຂຄວາມແຕກຕ່າງຂອງພວກເຂົາເຈົ້າ ທີ່ນຳໄປສູ່ວິກິດການ.