Header Ads

ອິນເດຍກຽມປ່ອຍຈະຫລວດຂະຫນາດໃຫ່ຍຂື້ນອາວະກາດ

http://images.voicecdn.net/media/640/330/storage0/
ອິນເດຍກຽມປ່ອຍຈະຫລວດທີ່ຜະລິດຂື້ນເອງ ຊຶ່ງມີນ້ຳໜັກກ່ວາ 600 ໂຕນໃນວັນຈັນ ກ້າວເຂົ້າສູ່ມະຫາອຳນາດອາວະກາດ ແລະມີແຜນສົ່ງມະນຸດໂຄຈອນຮອບໂລກເປັນປະເທດທີສີ່ ຕໍ່ຈາກ ຣັດເຊຍ ອາເມລິກາ ແລະຈີນ

ໃນເວລາ 19:00 ໂມງ ຂອງວັນທີ 5/6/2017 ຕາມເວລາໃນລາວ ອິນເດຍກຽມປ່ອຍຈະຫລວດ GSLV Mk III ຂື້ນຈາກຖານຍິງຢູ່ເກາະທາງພາກໃຕ້ຂອງປະເທດ ຈະຫລວດໜ່ວຍນີ້ມີຄວາມສູງ 43 ແມັດ ຫນັກ 630 ໂຕນ ຖືວ່າເປັນຈະຫລວດທີ່ໃຫ່ຍສຸດເທົ່າທີ່ອົງການອາວະກາດຂອງອິນເດຍເຄີຍສ້າງມາ

ຈະຫລວດດັ່ງກ່າວຈະນຳສົ່ງດາວທຽມສື່ສານໜ່ວຍຫນຶ່ງ ຫນັກກ່ວາ 3 ໂຕນ ຂື້ນສູ່ວົງໂຄຈອນລະດັບສູງຮອບໂລກ ຫາກປະສົບຄວາມສຳເລັດຈະຖືວ່າເປັນຄວາມກ້າວຫນ້າຂອງອົງການອາວະກາດອິນເດຍ ຊຶ່ງເຄຍຊະນະການແຂ່ງຂັນໃນອາຊີ ໂດຍສົ່ງຍານອາວະກາດໄປດາວອັງຄານເມື່ອປີ 2014 ໂດຍໃຊ້ເງິນພຽງ 73 ລ້ານດອນລາ ຂະນະທີ່ຍານມາເວນມາສ ຂອງນາຊາ ໃຊ້ເງິນສ້າງສູງເຖິງ 671 ລ້ານດອນລາ
Powered by Blogger.