Header Ads

ຂີ້ຫມິ້ນ ມີສັບພະຄຸນເປັນຢາ ດີເຈັບທ້ອງ ແລະປົວຕຸ່ມສິວ


ຮູບ​ທີ່​ກ່ຽວ​ຂ້ອງ
ລັກສະນະພືດສາດ:
ເປັນພືດລົ້ມລຸກອາຍຸປີດຽວ, ມີເຫງົ້າໃຕ້ດິນອາຍຸຫຼາຍປີ, ແຕກຂະແຫນງ, ດ້ານໃນ
ສີເຫຼືອງ, ດ້ານນອກສີເທົາ, ມີເສັ້ນຜ່າກາງປະມານ 1-2 ຊມ, ມີກິ່ນຫອມ; ລໍາຕົ້ນ ແລະ ໃບສູງປະມານ
30-90 ຊມ. ໃບດ່ຽວ, ຮູບຫອກແກມຮູບຂອບຂະຫນານ, ໃບກ້ວາງ 12-15 ຊມ, ຍາວ 30-40 ຊມ;
ກ້ານໃບຍາວ 8-15 ຊມ, ເປັນຮ່ອງທາງດ້ານໃນ. ດອກ ອອກເປັນຊໍ່ ຢູ່ສ່ວນປາຍຂອງລໍາຕົ້ນປອມ,
ກ້ານຊໍ່ດອກຍາວ 12-20 ຊມ. ຊໍ່ດອກຮູບຊົງກົມ; ໃບປະດັບສີຂຽວອ່ອນ ແລະ ສ່ວນປາຍມັກເປັນສີບົວ
ຫຼື ສີຂາວ, ຮູບໄຂ່ ຫຼື ຮູບຂອບຂະຫນານ, ຂະຫນາດ 3-5 ຊມ, ປາຍເຫວີ, ວົງກາບດອກສີຂາວ, ຂະຫນາດ
0.8-1.2 ຊມ, ປາຍມີ 3 ແສກບໍ່ເທົ່າກັນ. ວົງກີບດອກສີເຫຼືອງຈາງ, ເປັນຫຼອດຂະຫນາດປະມານ 3 ຊມ,
ແສກຄ້າຍຮູບສາມຫຼ່ຽມຂະຫນາດ 1-1.5 ຊມ, ອັນຢູເຄິ່ງກາງມີຂະຫນາດໃຫຍ່ກ່ວາ, ປາຍເປັນຕິ່ງແຫຼມ,
ທາງຂ້າງເກສອນເພດຜູ້ເປັນຫມັນສັ້ນກ່ວາກີບປາກ, ກີບປາກສີຂ້ອນຂ້າງເຫຼືອງຢູ່ເຄິ່ງກາງ, ແຖບສີເຫຼືອງ,
ຮູບໄຂ່ປີ້ນ, ຂະຫນາດ 1.2-2 ຊມ, ຖົງລະອອງເກສອນເປັນເດືອຍທີ່ຖານ. ເຕົ້າໄຂ່ມີຂົນບາງໆ.

ປິ່ນປົວພະຍາດ: ດີເຈັບທ້ອງ ແລະ ໃຊ້ທາຕຸ່ມສິວ
ສ່ວນທີ່ໃຊ້: ເຫງົ້າ

ວິທີການນໍາໃຊ້:
ໃຊ້ເຫງົ້າສົດລ້າງນ້ໍາໃຫ້ສະອາດແລ້ວນໍາມາຫຍ້ໍາກິນສົດໆຈະເຮັດໃຫ້ອາການເຈັບທ້ອງດີຂຶ້ນ,
ເຫງົ້າສົດນໍາມາທາຕຸ່ມທາສິວກໍຫາຍໄດ້.ການປູກຂະຫຍາຍພັນ:
ເປັນພືດທີ່ປູກງ່າຍສາມາດຈະເລີນເຕີບໂຕໄດ້ໃນດິນເກືອບທຸກປະເພດ,
ສາມາດຂະຫຍາຍພັນດ້ວຍການກ້າແກ່ນ ຫຼື ແຍກເຫງົ້າ ແຕ່ສ່ວນຫຼາຍແລ້ວຄົນນິຍົມປູກດ້ວຍການແຍກເຫງົ້າ
ເພາະເປັນວິທີທີ່ງ່າຍ ແລະ ໄດ້ຮັບຜົນຜະລິດໄວ.
Powered by Blogger.