Header Ads

ນັດຂາຍຢາບ້າ 100.000 ເມັດໃນເຮືອນພັກ ໜີບໍ່ລອດ

ໃນວັນທີ 23 ກໍລະກົດ ຜ່ານມາ, ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບ ປກສ ແຂວງຫຼວງນໍ້າທາ ໄດ້ນໍາກໍາລັງເຂົ້າຈັບຕົວກຸ່ມຄ້າ ຂາຍຢາເສບຕິດ ຢູ່ເຮືອນພັກແຫ່ງໜຶ່ງ ເມືອງສິງ ແຂວງຫຼວງນໍ້າທາ ສາມາດກັກຕົວຜູ້ຖືກຫາໄດ້ 3 ຄົນ ພ້ອມຂອງກາງຢາບ້າ 100.000 ເມັດ. ເຈົ້າໜ້າທີ່ວິຊາສະພາະ ເປີດເຜີຍວ່າ: ຜູ້ຖືກຫາທັງ 3 ຄົນ ຄື: ທ້າວ ລໍຈາ ອາຍຸ 22 ປີ ຢູ່ບ້ານຈາພະ ເມືອງຊຽງລາບ ແຂວງທ່າຂີ້ເຫຼັກ ປະເທດ ມຽນມາ, ທ້າວ ຢາແຫຼະ ອາຍຸ 20 ປີ ແລະ ທ້າວ ອາປາ ອາຍຸ 17 ປີທັງ ສອງຢູ່ບ້ານຈ່າແກ້ວ ເມືອງລອງ ແຂວງຫຼວງນໍ້າທາ ພ້ອມຂອງກາງ ຢາບ້າຈຳນວນ 50 ມັດ ເທົ່າກັບ 100.000 ເມັດ ໂທລະສັບຈຳນວນ 5 ເຄື່ອງ, ເງິນກີບຈຳນວນ 474.000 ກີບ, ເງິນບາດ 1.030 ບາດ ແລະ ລົດຈັກຮອນດາເວບ 100 ສີແດງ ທີ່ນຳໃຊ້ເຂົ້າໃນການເຄື່ອນໄຫວຊື່- ຂາຍຢາເສບຕິດຄັ້ງນີ້ 1 ຄັນ. ປັດຈຸບັນ, ພວກກ່ຽວຍັງຢູ່ໃນຂັ້ນຕອນຂອງການສືບສວນ- ສອບສວນຂະຫຍາຍຜົນຫາກຸ່ມແກ້ງ ເພື່ອຕິດຕາມຈັບມາດຳ ເນີນຄະດີຕາມຂັ້ນຕອນຂອງກົດໝາຍ.



Powered by Blogger.