Header Ads

ທົ່ວໂລກຕ້ອງການລົງທຶນເຂົ້າພື້ນຖານໂຄງລ່າງ 3,700 ຕື້ໂດລາສະຫະລັດຕໍ່ປີ

ຕາມຂ່າວ ຕ່າງປະເທດ, ສູນພື້ນຖານ ໂຄງລ່າງທົ່ວໂລກ(GIH) ຢືນຢັນວ່າ: ຍອດຈຳນວນ ບ້ວງເງິນລົງທຶນ ເຂົ້າໃນການພັດທະນາ ພື້ນຖານໂຄງລ່າງ ຢູ່ທົ່ວໂລກໃນປີ 2040 ຈະບັນລຸເຖິງ 94.000 ຕື້ໂດລາ ສະຫະລັດ. ເຖິງຢ່າງໃດກໍຕາມ, ບົດລາຍງານ ຂອງສູນພື້ນຖານ ໂຄງລ່າງ ໃນທົ່ວໂລກ (GIH) ຢືນຢັນວ່າ ບັນຫາ ການຂາດແຄນ ບ້ວງເງິນ ການລົງທຶນ ເຂົ້າໃນພື້ນຖານ ໂຄງລ່າງ ຈະກວມເອົາ ປະມານ 1/5 ຂອງຍອດຈຳນວນດັ່ງກ່າວ, ຖ້າທິດທາງ ການໃຊ້ຈ່າຍ ໃນປັດຈຸບັນ ຍັງສືບຕໍ່ໄປ. ນອກຈາກນັ້ນ, GIH ຍັງລະບຸວ່າ ເພື່ອຖົມຂຸມ ດັ່ງກ່າວ, ລະດັບຄ່າ ໃຊ້ຈ່າຍ ເຂົ້າໃນການພັດທະນາ ພື້ນຖານໂຄງລ່າງ ສຳລັບ ແຕ່ລະປີ ຄວນເພີ່ມຂຶ້ນ 3,5% ຂອງ ລວມຍອດຜະລິດ ຕະພັນ(GDP) ທົ່ວໂລກ.

ທີ່ມາ ຂ່າວສານປະເທດລາວ  

Powered by Blogger.