Header Ads

ປກສ ນະຄອນຫຼວງ ມ້າງເຄືອຂ່າຍຢາບ້າ ພ້ອມຂອງກາງຢາບ້າ 1 ແສນກວ່າເມັດ

ในภาพอาจจะมี 8 คน, ผู้คนกำลังนั่ง
ໃນທ້າຍເດືອນກໍລະກົດ 2017 ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ນະຄອນຫຼວງວຽຈັນ ໄດ້ມ້າງເຄື່ອຂາຍກຸ່ມແກ້ງຄ້າຂາຍຢາເສບຕິດ ຢູ່ນະຄອນຫຼວງວຽງຈັນ ພ້ອມຂອງກາງ 85 ກວ່າມັດ ເທົ່າກັບ 1,7 ແສນກວ່າເມັດ ໄປສອບສວນດໍາ ເນີນຄະດີຕາມກົດໝາຍ.
ຫົວໜ້າພະແນກ ຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ນະຄອນຫຼວງວຽງຈັນ ໄດ້ຖະແຫຼ່ງຂ່າວຕໍ່ສືມ່ວນຊົນ ປກສ ໃນວັນທີ 8 ສິງຫາ 2017 ວ່າ: ກຸ່ມແກ້ງດັ່ງກ່າວແມ່ນໄດ້ລັກລອບເຄື່ອນໄຫວ ເປັນທີມ, ເຊິ່ງເປັນເປົ້າໝາຍຕິດຕາມຕົວມາໄດ້ຫຼາຍເດືອນ. ກ່ອນຈັບຕົວໄດ້ ເຈົ້າໜ້າທີ່ຕໍາຫຼວດໄດ້ເຂົ້າກັກຕົວນາງ ຂວັນໃຈ ຫຼື ຂວັນ ອາຍຸ 47 ປີ ແລະ ນາງ ວຽງສະໄໝ ຫຼື ແດງ ອາຍຸ 41 ປີ ທັງສອງຢູ່ ບ້ານນາໄຫ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ. ໃນວັນທີ 31 ກໍລະກົດ 2017, ມາສອບສວນຂະຫຍາຍຜົນ.

ในภาพอาจจะมี โทรศัพท์
ຜ່ານການສອບສ່ວນພວກກ່ຽວໄດ້ຊັດທອດຫາຜູ້ຮ່ວມຂະບວນການນໍາກັນອີກ 4 ຄົນ ຊື່ ທ້າວ ອາຍີ້ ອາຍຸ 20 ປີ ແລະ ນາງ ກອງ ອາຍຸ 20 ປີ, ທ້າວ ອ້າຍ ອາຍຸ 19 ປີ ແລະ ທ້າວ ອາຊ່າງ ອາຍຸ 18 ປີ ທັງ 4 ຢູ່ ບ້ານໃໝ່ ເມືອງ ແລະ ແຂວງ ທ່າຂີ້ເຫຼັກ ປະເທດມຽນມາ ພັກເຊົາ ຢູ່ບ້ານໂຊກນ້ອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ມາສອບສວນ ຂະຫຍາຍຜົນ. ຈາກການສອບສວນພວກກ່ຽວຮັບສາລະພາບວ່າ: ຢາບ້າ ທີ່ນໍາໄປຂາຍແມ່ນຮັບມາຈາກທ້າວ ໜູກອນ ອາຍຸ 31 ປີ ແລະ ນາງ ສ້ອຍສຸດາ ອາຍຸ 28 ປີ ( ເປັນຜົວເມຍກັນ ) ຢູ່ບ້ານ ໂພນສະອາດ ເມືອງ ແລະ ແຂວງຫຼວງພະບາງ ພັກເຊົາຢູ່ບ້ານໂນນສະຫວ່າງ ເມືອງໄຊເສດຖາ. ຈາກນັ້ນ, ເຈົ້າໜ້າທີ່ຕໍາຫຼວດຈຶ່ງໄດ້ເຂົ້າກວດຄົ້ນເຮືອນຜົວເມຍດັ່ງກ່າວ ພົບເຫັນຂອງກາງຢາບ້າ 85 ມັດ ກັບ 24 ເມັດ ເທົ່າກັບ 170.024 ເມັດ ແລະ ເວລາຕໍ່ມາເຂົ້າກັກຕົວໄດ້ອີກ 2 ຄົນ ເຊິ່ງເປັນເຄື່ອຂາຍດຽວກັນ ຊື່ ທ້າວ ຕາ ອາຍຸ 36 ປີ ແລະ ນາງ ປານີ ອາຍຸ 24 ປີ ( ເປັນຜົວເມຍກັນ) ຢູ່ບ້ານ ຈໍາປາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.
ປັດຈຸບັນຄະດີດັ່ງກ່າວ, ເຈົ້າໜ້າທີ່ກໍາລັງເລັ່ງສອບສວນຂະຫຍາຍຜົນ ເພື່ອຊອກຫາຜູ້ຮ່ວມຂະບວນການອີກ ເພື່ອຕິດຕາມກັກຕົວມາດໍາເນີນຄະດີຕາມກົດໝາຍ ແລະ ສະຫຼຸບສໍານວນຄະດີສົ່ງໃຫ້ອົງການໄອຍະການ ດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.
+ຂ່າວຈາກ: ປກສ.
Powered by Blogger.