Header Ads

ອິນໂດເນເຊຍໃຊ້ສິນຄ້າກະເສດແລກເຮືອບິນຮົບຣັສເຊຍ

http://183.182.100.162:8080/sites/default/files/
ສຳນັກຂ່າວເອເອັບພີລາຍງານຈາກກຸງຈາກາຕາ ປະເທດອິນໂດເນເຊຍ ເມື່ອວັນທີ 8 ສິງຫາວ່າ ທ່ານ ໂຣລອບ ແນັງໂກລານ ໂຄສົກກະຊວງການຄ້າອິນໂດເນເຊຍ ເຜີຍເມື່ອວັນອັງຄານວ່າ ອິນໂດເນເຊຍແລະຣັສເຊຍລົງນາມໃນບັນທຶກຄວາມເຂົ້າໃຈ (ເອັມໂອຢູ) ທີ່ກຸງມອສໂກ ເມື່ອອາທິດທີ່ຜ່ານມາ ເພື່ອແລກປ່ຽນເຮືອບິນຮົບຮົບຊູຄອຍ ຊູ-35 ແຟລງເຄີ-ອີ ຈຳນວນ 11 ລຳຂອງຣັສເຊຍ  ກັບສິນຄ້າໂພກຄະພັນຫຼັກຂອງອິນໂດເນເຊຍ ໂດຍແນວຄິດໃນການແລກປ່ຽນສິນຄ້າຖືກສະເໜີເມື່ອປີກາຍ

ກຸ່ມສະຫະພາບເອີຣົບ (ອີຢູ) 28 ປະເທດ ແລະສະຫະລັດ ກຳໜົດມາດຕະການຂ້ວມບາດຣັສເຊຍ ຈາກຂໍ້ກ່າວຫາຫຍຸ້ງກ່ຽວການເລືອກຕັ້ງປະທານາທິບໍດີສະຫະລັດເມື່ອປີກາຍ ແລະຜະໜວກດິນແດນຄາບສະໝຸດໄຄຣເມຍຂອງຢູເຄຣນ

ຢ່າງໃດກໍ່ຕາມ ທ່ານ ເອັງກາຣເຕຍສະໂຕ ລູກິຕາ ລັດຖະມົນຕີກະຊວງການຄ້າອິນໂດເນເຊຍກ່າວວ່າ ການຂ້ວມບາດຂອງກຸ່ມຊາດຕາເວັນຕົກ ເຊິ່ງບັງຄັບໃຫ້ຣັສເຊຍຕ້ອງສະແຫວງຫາຕະຫຼາດໃໝ່ນຳເຂົ້າສິນຄ້າ ຖືເປັນຂ່າວດີສຳລັບອິນໂດເນເຊຍ “ເປັນໂອກາດທີ່ອິນໂດເນເຊຍບໍ່ຄວນປ່ອຍໃຫ້ຫຼຸດມືໄປ” ລູກິຕາກ່າວທີ່ກຸງມອສໂກ ເມື່ອອາທິດທີ່ຜ່ານມາ
http://183.182.100.162:8080/sites/default/files/
ຂໍ້ຕົກລົງລະຫວ່າງບໍລິສັດທຣອສເທດຂອງຣັສເຊຍ ກັບບໍລິສັດ ພີທີ ເປຮູຊາຮານ ເປີດາກັນກັນ ອິນໂດເນເຊຍ ອາດເປັນການເປີດທາງສຳລັບຂໍ້ຕົກລົງການຄ້າທະວີພາຄີໃນອະນາຄົດ ທີ່ຂະຫຍາຍໄປສູ່ພາກພະລັງງານແລະການບິນ

ກອບເວລາແລະມູນຄ່າຂອງການແລກປ່ຽນຍັງບໍ່ເປັນທີ່ເປີດເຜີຍ ລາຍລະອຽດຂອງຂໍ້ຕົກລົງຖືກເປີດເຜີຍຂະນະທີ່ທ່ານ ຟຣອດ ຈະເລີ້ມການຢ້ຽມຢາມປະເທດເສດຖະກິດຂະໜາດໃຫຍ່ສຸດຂອງເອເຊຍຕາເວັນອອກສຽງໃຕ້ເປັນເວລາ 2 ວັນ ເລີ້ມຕັ້ງແຕ່ແລງວັນອັງຄານ
Powered by Blogger.