Header Ads

ເດັດຂາດ! ເຍເມນສັ່ງປະຫານກາງເມືອງ ນັກໂທດຄະດີຂົ່ມຂືນຂ້າເດັກນ້ອຍ 3 ປີ


ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ເມື່ອວັນທີ 31 ກໍລະກົດທີ່ຜ່ານມາ ທາງການຂອງປະເທດເຍເມນ ໄດ້ມີການຖ່າຍທອດສົດການຕັດສິນປະຫານຊີວິດຂອງນັກໂທດ ໃນຄະດີຂ້າຂົ່ມຂືນຕໍ່ໜ້າປະຊາຊົນໂດຍລາຍງານເຜີຍວ່າ ຫຼັງຈາກທີ່
ທ້າວ ມູຮຳໝັດ ອັລ-ມັກຣາບິ ອາຍຸ 41 ປີ ຖືກຈັບໃນຄະດີຂົ່ມຂືນແລະຂ້າເດັກຍິງອາຍຸ 3 ປີ ລາວກໍ່ຖືກສານຕັດສິນໃຫ້ປະຫານຊີວິດ ເຊິ່ງການປະຫານຈະຕ້ອງເຮັດໃນທີ່ສາທາລະນະ ຕາມກົດໝາຍຊາຣິອະ ຜູ້ເຮັດຄວາມຜິດໃນຄະດີຄາດຕະກຳຈະຕ້ອງຖືກປະຫານ ແມ້ຈະບໍ່ໄດ້ເຈາະຈົງວ່າຈະໃຊ້ວິທີການໃດໃນການປະຫານກໍ່ຕາມ
ທັງນີ້ໃນລະຫວ່າງການປະຫານ ເຈົ້າໜ້າທີ່ໄດ້ຈັບໂຕນັກໂທດໃສ່ກຸນແຈມືໄວ້ດ້ານຫຼັງ ໃຫ້ນອນຂ້ວມໜ້າໄປກັບພື້ນທີ່ມີຜ້າປູຮອງໄວ້ ກ່ອນຈະໃຊ້ປືນໄຣເຟິລຈໍ່ຍິງເປົ້າໃນໄລຍະໃກ້ ຕໍ່ໜ້າປະຊາຊົນຫຼາຍຮ້ອຍຄົນທີ່ມາມຸງເບິ່ງການ ປະຫານໃນຄັ້ງນີ້
Powered by Blogger.