Header Ads

ກຳປູເຈຍ ຈັບແກ້ງຄໍເຊັນເຕີ້ຊາວຈີນອີກຊຸດໃຫຍ່


ສຳນັກຂ່າວເອເອັບພີລາຍງານຈາກກຸງພະນົມເປນ ປະເທດກຳປູເຈຍ ເມື່ອວັນທີ 4 ສິງຫາວ່າ ຫົວໜ້າໜ່ວຍສືບສວນສຳນັກງານກວດຄົນເຂົ້າເມືອງ ກະຊວງປ້ອງກັບຄວາມສະຫງົບກຳປູເຈຍ  ເຜີຍເມື່ອວັນສຸກວ່າ ກຸ່ມຜູ້ຕ້ອງສົງໃສຖືກຈັບເມື່ອວັນພຸດທີ 2 ສິງຫາ ທີ່ເມືອງປອຍເປດ ທາງພາກຕາເວັນຕົກສຽງເໜືອຕິດເຂດແດນໄທ
ການຈັບກຸມນັບເປັນຄັ້ງລ່າສຸດ ຂອງປະຕິບັດການກວດລ້າງແກ້ງຊາວຈີນ ທທີ່ໃຊ້ໂທລະສັບຜ່ານລະບົບອິນເຕີເນັດ ເພື່ອຂົ່ມຂູ່ຫຼືຫຼອກລວງປະຊາຊົນໃຫ້ໂອນເງິນໃຫ້
ມີກໍລະນີຄ້າຍກັນຫຼຍຄະດີໃນໄລຍະບໍ່ເທົ່າໃດອາທິດຜ່ານມາ ໃນປະເທດໄທແລະອິນໂດເນເຊຍ ຜູ້ຕົກເປັນເຫຍື່ອສ່ວນໃຫຍ່ເບິ່ງຄືຈະເປັນຊາວຈີນເພື່ອຮ່ວມຊາດ ແລະກຸ່ມຜູ້ຕ້ອງສົງໃສໂດຍທົ່ວໄປຈະຖືກສົ່ງໂຕກັບໄປໃຫ້ທາງການຈີນຈຳເນີນຄະດີເອົາຜິດ
Powered by Blogger.