ເຮລີກົບແຕ້ ສ.ອາເມລິກາ ເກີດອຸບັດເຫດສູນຫາຍ 5 ຄົນ
ຕາມຂ່າວຕ່າງປະເທດ,ວັນທີ 16 ເດືອນສິງຫາ ປີນີ້, ເຈົ້າໜ້າທີ່ໜ່ວຍຍາມຝັ່ງ ຂອງສ.ອາເມລິກາ ກ່າວວ່າ: ເກີດອຸບັດເຫດ ເຮລີກົບແຕ້ ແບລັກຮອກ ຢູເອບ-60 ຕົກລົງທະເລ ຫ່າງໄປປະມານ 3 ກິໂລແມັດ ຈາກເກາະໂອວາຮູ ຂອງລັດຮາວາຍ ຢູ່ໃນລະຫວ່າງການຝຶກອົບຮົມທາງທະຫານ ສົ່ງຜົນເຮັດໃຫ້ລູກເຮືອ ສູນຫາຍ 5 ຄົນ. ຂະນະນີ້ ເຈົ້າໜ້າທີ່ກູ້ໄພ ພວມລະດົມກຳລັງຄົ້ນຫາຜູ້ສູນຫາຍຢ່າງຮີບດ່ວນ.
ຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ