Header Ads

ຫໍ່ເຂົ້າປະດັບດິນ

ในภาพอาจจะมี 2 คน, ผู้คนกำลังนั่งຫໍ່ເຂົ້າປະດັບດິນ
ບຸນຫໍ່ເຂົ້າປະດັບດິນເພິ່ນໄດ້ມີການຈັດຂຶ້ນໃນມື້ແຮມ 15 ເດືອນ 9 ລາວ ຂອງທຸກໆປີ ໃນຕອນເຊົ້າແມ່ນໄດ້ມີການຕັກບາດ ຖວາຍສັງ ຄະທານຕ່າງໆ (ພິທີທາງພຸດທະ ສາສະໜາ) ອອກ ຕົນຍາດໂຍມ ປະຊາຊົນລາວທຸກຄົນຜູ້ເຖົ້າແກ່ອາວຸໂສ ໝຸ່ມ ສາວ ຕ່າງກໍ່ພາກັນສ້າງບຸນຮັບສິນກິນທານ ເຮັດເຂົ້າຕົ້ມເຂົ້າໜົມ ແລະ ພາເຂົ້າມາຢາດນໍ້າສົ່ງ ບຸນກຸ ສົນໃຫ້ແກ່ຜູ້ທີ່ລ່ວງລັບໄປແລ້ວໃຫ້ມາຮັບມາໂຈມເອົາ ແລະ ອວຍໄຊໃຫ້ພອນແກ່ສັບພະສິ່ງເຈົ້າກຳນາຍເວນຈົ່ງປະສົບແຕ່ຄວາມສຸກສະຫວັດດີ, ກ່ອນຈະໄປຕັກບາດຕອນເຊົ້າ ຕາມປະເພນີແມ່ນຕ້ອງຕື່ນເດິກເວລາ 3-4ໂມງເຊົ້າເພື່ອໄປຍາຍຫໍ່ເຂົ້າໃຫ້ແກ່ຜີເຝດຜີທີ່ບໍ່ມີຍາດຕິພີ່ນ້ອງເຮັດບຸນກຸສົນໄປໃຫ້ ໃນຂະນະທີ່ຍາຍຫໍ່ເຂົ້ານັ້ນທຸກຄັ້ງທີ່ຍາຍຕ້ອງໄຕ້ທູບໄຕ້ທຽນເພື່ອອະທິທານໃຫ້ຜີທັງຫລາຍມາຮັບເອົາ ເມື່ອຮຸ່ງເຊົ້າຮອດເວລາ6-7ໂມງປະຊາຊົນກໍພາກັນໄປຕັກບາດທີ່ວັດ.
ในภาพอาจจะมี 1 คน, กำลังนั่ง

Powered by Blogger.