Header Ads

ຊີໄອເອບໍ່ແປກໃຈ ໂສມແດງທົດສອບຍິງຂີປະນາວຸດອີກ


http://183.182.100.162:8080/sites/default/files/ສຳນັກຂ່າວຕ່າງປະເທດລາຍງານຈາກປະເທດສະຫະລັດອາເມລິກາ ເມື່ອວັນທີ 13 ສິງຫາວ່າ ຫຼັງຈາກປະທານາທິບໍດີ ໂດນັລ ທຣຳ ຂອງສະຫະລັດກ່າວເຕືອນດ້ວຍຖ້ອຍຄຳຮຸນແຮງຕໍ່ເກົາຫຼີເໜືອ ອັນເນື່ອງມາຈາກການທົດລອງຍິງຂີປະນາວຸດໄປຍັງເກາະກວມ ດິນແດນຂອງສະຫະລັດໃນເຂດມະຫາສະໝຸດປາຊີຟິກນັ້ນ ທຣຳ ໄດ້ກ່າວເຕືອນວ່າກອງທັບສະຫະລັດກໍ່ພ້ອມແລ້ວທີ່ຈະໃຊ້ປະຕິບັດການທາງທະຫານກັບເກົາຫຼີເໜືອ ຈຶ່ງຖືກເຈົ້າໜ້າທີ່ເກົາຫຼີເໜືອກ່າວຫາວ່າ ຜູ້ນຳສະຫະລັດກຳລັງຈະໃຫ້ຄາບສະໝຸດເກົາຫຼີເປັນຊະນວນຂອງສົງຄາມນິວເຄຼຍ
ທ້າວ ໄມ ປອມປີໂອ ຜູ້ອຳນວຍການສຳນັກຂ່າວກອງກາງແຫ່ງສະຫະລັດ (ຊີໄອເອ) ໃຫ້ສຳພາດໃນລາຍການ ຟ໊ອກ ນິວ ຊັນເດວ່າ ເຂົາໝັ້ນໃຈວ່າວ່າ ຄິມ ຈອງ-ອຶນ ຜູ້ນຳເກົາຫຼີເໜືອຈະຍັງຄົງພະຍາຍາມພັດທະນາຂີປະນາວຸດຕໍ່ໄປ ດັ່ງນັ້ນຈຶ່ງບໍ່ແປກໃຈເລີຍ ຫາກເກົາຫຼີເໜືອຈະຍິງທົດສອບຂີປະນາວຸດອີກຄັ້ງ
ທັງນີ້ເກົາຫຼີເໜືອໄດ້ແຈ້ງໄວ້ຕັ້ງແຕ່ວັນພະຫັດທີ່ຜ່ານມາວ່າ ແຜນການຍິງຂີປະນາວຸດຈະສຳເລັດໃນຊ່ວງກາງເດືອນສິງຫານີ້ ດ້ວຍການຍິງຂີປະນາວຸດ 4 ລູກ ເປັນຂີປະນາວຸດພິໃສກາງໄປຍັງເກາະໃກ້ກັບເກາະກວມດິນແດນຂອງສະຫະລັດໃນເຂດມະຫາສະໝຸດປາຊີຟິກ ແມ້ຈະຢູ່ຫ່າງ 3,500 ກມ.
ເກາະກວມຢູ່ຫ່າງຈາກແຜ່ນດິນໃຫຍ່ຂອງສະຫະລັດ 7,000 ກມ. ຕົກເປັນເປົ້າການໂຈມຕີຂອງເກົາຫຼີເໜືອເພາະເປັນທີ່ຕັ້ງຖານທັບເຮືອ ແລະຖານທັບອາກາດສະຫະລັດ ເຄີຍມີເຮືອບິນຖິ້ມລະເບີດບີ-1ບີ ສອງລຳຂອງສະຫະລັດ ບິນເຂົ້າໄປໃກ້ຄາບສະມຸດເກົາຫຼີ ກໍ່ມາຈາກຖານທັບສະຫະລັດບົນເກາະກວມ.
Powered by Blogger.