Header Ads

ດິນເຈື່ອນ ລົດເມອິນເດຍໄຫຼຕົກເຫວ ຕາຍຄາທີ 45 ສົບ

http://183.182.100.162:8080/sites/default/files/
ສຳນັກຂ່າວເອເອັບພີລາຍງານຈາກລັດຫິມາຈັລປະເທດ ປະເທດອິນເດຍ ເມື່ອວັນທີ 14 ສິງຫາວ່າ ທ່ານ ຊັນດີບ ຄາດຳ ເຈົ້າໜ້າທີ່ອາວຸໂສລັດຫິມາຈັນປະເທດ ທາງເໜືອຂອງອິນເດຍເປີດເຜີຍວ່າ ເກີດດິນເຈື່ອນລົງມາທີ່ທາງຫຼວງໃນລັດຫິມາຈັນປະເທດ ເຮັດໃຫ້ລົດເມ 2 ຄັນ ເຊິ່ງມີຜູ້ໂດຍສານມາເຕັມຄັນລົດເຊິ່ງກຳລັງຢູ່ລະຫວ່າງຈອດພັກທີ່ທາງຫຼວງ ເມື່ອເວລາປະມານທ່ຽງຄືນຂອງວັນເສົາທີ່ຜ່ານມາ ຖືກດິນເຈື່ອນຈາກພູລົງສູ່ເຫວເລິກດ້ານລຸ່ມ
ເຈົ້າໜ້າທີ່ກູ້ໄພຟ້າວມາຍັງທີ່ເກີດເຫດເພື່ອຫາທາງຊ່ວຍເຫຼືອ ແຕ່ມີອຸປະສັກເພາະເປັນເວລາກາງຄືນ ປະກອບກັບສະພາບພູມປະເທດທີ່ເປັນທາງຂື້ນພູສູງຊັນ ແລະຕໍ່ມາມີກຳລັງທະຫານເຂົ້າມາຊ່ວຍເຫຼືອໃນປະຕິບັດການຄົ້ນຫາແລະກູ້ໄພ ແຕ່ຄິດວ່າຍັງມີອີກຫຼາຍຄົນທີ່ສູນຫາຍເຊື່ອວ່າຄາຢູ່ໃນຊາກລົດເມທີ່ຕົກລົງໄປໃນເຫວເລິກ ແຕ່ເຈົ້າໜ້າທີ່ກູ້ໄພໄດ້ເກັບກູ້ສົບຂື້ນມາໄດ້ແລ້ວ 45 ສົບ
ບ້ານເຮືອນປະຊາຊົນແລະຊຸມຊົນແອອັດຖືກດິນເຈືອນກວດໄປນຳສ່ວນໜຶ່ງ ຈາກໄພທຳມະຊາດຄັ້ງນີ້ ເຊິ່ງເກີດຂື້ນເພາະມີຝົນຕົກນັກຕິດຕໍ່ກັນ ເຊິ່ງດິນສະໄລ້ເກີດຂື້ນເປັນປົກກະຕິໃນປະເທດິນເດຍໂດຍສະເພາະຢ່າງຍິ່ງ ໃນຊ່ວງລະດູມໍລະສຸມທີ່ມີຝົນຕົກໜັກ
Powered by Blogger.