Header Ads

ສະຫະລັດ ໄດ້ອອກ ວີຊາ ໃຫ້ຄົນ ເກົາຫຼີເໜືອ ຫຼາຍກວ່າ 10,000 ຄົນໃນ 20 ປີທີ່ຜ່ານມາ

http://183.182.100.162:8080/sites/default/files/
ສະຫະລັດ ໄດ້ອອກ ວີຊາໃຫ້ແກ່ຊາວ ເກົາຫຼີເໜືອ ໄປແລ້ວຫຼາຍກວ່າ 10,000 ກໍລະນີພາຍໃນຫຼາຍກວ່າ 20 ປີຜ່ານມາ ຊຶ່ງ 18 ຄົນ ແມ່ນໄດ້ອອກໃຫ້ ໃນປີນີ້ ນັບແຕ່ເດືອນມີນາ ຫາເດືອນ ມິຖຸນາ ອີງຕາມບັນທຶກຂອງນັກວິເຄາະຂອງສະຖານີວິທະຍຸສຽງອາເມຣິກາ.
ເມື່ອເວົ້າເຖິງຈຳນວນວີຊາທີ່ໄດ້ອອກໃຫ້ຫຼາຍປານນັ້ນ ພວກນັກວິເຄາະກ່າວວ່າ ສະຫະລັດ ຈະມີຄວາມຫຼໍ່ແຫຼມຫຼາຍຕໍ່ຄົນພວກທີ່ເອີ້ນວ່າ ພວກນັກສືບແອບແຝງຢູ່ ບໍ່ຕ່າງຫຍັງກັນກັບພວກນັກສືບ ໃນສະໄໝອະດີດສະຫະພາບໂຊວຽດ ທີ່ມາຕັ້ງຖິ່ນຖານຢູ່ໃນ ສະຫະລັດ ເປັນເວລາດົນນານ ເຮັດໜ້າທີ່ເປັນນັກສືບຢູ່ໃນສ່ວນເລິກເປັນເວລາຍາວນານ.
ໂດຍຮູ້ກັນວ່າ ເປັນພວກທີ່ຜິດກົດໝາຍ” ຍ້ອນວ່າ ຂາດການຄຸ້ມຄອງທາງດ້ານການທູດພວກນັກສືບທີ່ແຝງໂຕຢູ່ນີ້ ຈະມີບັດປະຈຳໂຕປອມ ແລະ ເຮັດວຽກເຮັດການ ແບບພົນລະເຮືອນທຳມະດາ. ພວກເຂົາຈະພະຍາຍາມເຂົ້າໄກ້ຊິດກັບຜູ້ຄົນໃນລັດຖະບານ ໃນທຸລະະກິດຕ່າງໆ, ໃນວົງການການສຶກສາ ແລະ ອື່ນໆ ເພື່ອເກັບກຳເອົາຄວາມຮູ້ຂໍ້ມູນຕ່າງໆ ນັບຕັ້ງແຕ່ເລື່ອງເສດຖະກິດໄປຈົນເຖິງການປ້ອງກັນຊາດ ເທົ່າທີ່ພວກເຂົາຈະກະ
ທຳໄດ້ແລ້ວລາຍງານໄປຍັງລັດຖະການສືບລັບຂອງ ຣັດເຊຍ.
ເວລາຢູ່ຕ່າງປະເທດ ຊາວເກົາຫຼີເໜືອ ຈະຖືກມອບໝາຍວຽກງານແບບດຽວກັນນີ້ໃຫ້ອີງຕາມຄຳເວົ້າຂອງທ່ານ Kim Bying-Ki ອາຈານສອນລັດຖະສາດ ແລະ ວິຊາພົວພັນຕ່າງປະເທດທີ່ມະຫາວິທະຍາໄລ ເກົາຫຼີ ໃນກຸງ ໂຊລ.
ທ່ານ ຄິມ ກ່າວວ່າ “ການເດີນທາງມາຍັງ ສະຫະລັດ ມີຈຸດປະສົງສຳຄັນຫຼາຍ ເພື່ອໃຫ້ເຂົ້າໃຈເຖິງສັງຄົມ ເພື່ອຢາກຮູ້ວ່າ ຊາວ ອາເມຣິກັນ ພາກັນຄິດແນວໃດ ກ່ຽວກັບ ເກົາຫຼີເໜືອ ເພື່ອຮຽນຮູ້ເລື່ອງ ກ່ຽວກັບ ຄວາມປະພຶດຂອງພວກເຂົາເຈົ້າ ລົດຊາດຂອງພວກເຂົາເຈົ້າ, ທັດສະນະທາງການເມືອງຂອງເຂົາເຈົ້າ, ທັດສະນະທາງສັງຄົມຂອງເຂົາເຈົ້າ. ຂ້າພະເຈົ້າເຊື່ອວ່າ ມັນເປັນພາລະທີ່ສຳຄັນໃນການເກັບກຳເອົາຂໍ້ມູນທາງດ້ານສືບລັບ
ເຊັ່ນດຽວກັນກັບໃນກໍລະນີ ໃນສະໄໝສະຫະພາບໂຊວຽດ.”

Powered by Blogger.