Header Ads

ຍິງກຳປູເຈຍແຕ່ງດອງກັບງົວ ເຊື່ອຜົວເປັນຜົວກັບຊາດມາເກີດ

http://183.182.100.162:8080/sites/default/files/
ນາງຂິມ ຮັງ ຍິງຊາວກຳປູເຈຍອາຍຸ 74 ປີ ເຂົ້າະິທີກິນດອງກັບງົວ ເພາະເຊື່ອວ່າງົວໂຕນີ້ແມ່ນຜົວຂອງນາງທີ່ຫາກໍ່ຕາຍໄປເມື່ອປີກ່ອນ ກັບຊາດມາເກີດ ເພາະລະຫວ່າງທີ່ນາງນັ່ງສະມາທິ ວິນຍານຂອງຜົວນາງໄດ້ມາຊື່ມວ່າ “ຂ້ອຍແມ່ນຜົວຂອງເຈົ້າ” ແລະພໍນາງມຶນຕາຂື້ນ ກໍ່ພົບວ່າມີງົວກຳລັງເລຍຜົມນາງຢູ່ ຕາມມາດ້ວຍຄໍແລະຈູບນາງໃນທີ່ສຸດ ແລະນັ້ນເຮັດໃຫ້ນາງເຊື່ອແທ້ໆວ່າ ງົວໂຕນີ້ແມ່ນຜົວນາງແທ້
“ຂ້ອຍເຊື່ອວ່າງົວໂຕນີ້ເປັນຜົວທີ່ໄດ້ຕາຍໄປແລ້ວຂອງຂ້ອຍ ເພາະທ່ານທາງຂອງລາວ ບໍ່ວ່າຈະເປັນທ່າຍ່າງຂື້ນຂັ້ນໃດ ທ່າແນມອອກໄປນອກປ່ອງຢ້ຽມ ມັນຄືກັບທ່າທາງຂອງຜົວຂ້ອຍຕອນທີ່ເຂົາມີຊີວິດຢູ່ແປະໆເລີຍ”
ແລະບໍ່ແມ່ນນາງ ຄິມ ຮັງ ຄົນດຽວທີ່ເຊື່ອເລື່ອງນີ້ ເພາະລູກໆທັງ 7 ຄົນ ຂອງນາງລວມເຖິງເພື່ອນບ້ານ ກໍ່ເຊື່ອງເລື່ອງນີ້ດ້ວຍ ໂດຍເພື່ອນບ້ານຄົນໜຶ່ງບອກວ່າ “ງົວໂຕນີ້ກໍ່ມັກເລຍແຂນເດັກນ້ອຍ ເຊິ່ງກົງກັບບຸກຄະລິກຂອງຜົວນາງຂິມ ທີ່ເປັນຄົນຮັກເດັກ” ງົວໂຕນີ້ໂດ່ງດັ່ງຫຼາຍໃນໂລກອອນລາຍຂອງກຳປູເຈຍ ແລະຂ່າວນີ້ກໍເຮັດໃຫ້ຜູ້ຄົນທັງຫຼາຍພາກັນເດີນທາງມາທີ່ບ້ານຂອງນາງຂິມ ຮັງ ເພື່ອມາເບິ່ງງົວໂຕນີ້ກັບຕາ
Powered by Blogger.