Header Ads

ນະຄອນຫຼວງ ເດີນໜ້າສືບຕໍ່ສ້າງກອງທຶນທາງປະຊາຊົນ

ຜົນ​ການ​ຊອກຫາ​ສຳລັບ ນະຄອນຫຼວງ ເດີນໜ້າສືບຕໍ່ສ້າງກອງທຶນທາງປະຊາຊົນ

ອົງການ​ປົກຄອງ​ນະຄອນຫຼວງ​ວຽງ​ຈັນ (ນວ) ໄດ້​ນຳ​ເອົາ​ຮ່າງ​ການ​ສ້າງຕັ້ງ​ກອງ​ທຶນ​ທາງ​ປະຊາຊົນ ສະເໜີ​ຕໍ່​ສະພາ​ປະຊາຊົນ ນວ ມາ​ສອງ​ຄັ້ງ ແລະ ຄັ້ງ​ຫຼ້າ​ສຸດ​ເຫັນ​ດີ​ຮັບຮອງ​ເອົາ​ດ້ວຍ​ຄະແນນ​ສຽງ 81% ກວມ​ເອົາ​ຄະແນນ​ສຽງ​ສ່ວນ​ຫຼາຍ ແຕ່​ກອງທຶນ​ທາງ​ຈະ​ສາມາດ​ສ້າງຕັ້ງ​ຂຶ້ນ​ໄດ້​ຫຼື​ບໍ່​ນັ້ນ ແມ່ນຕ້ອງ​ຂຶ້ນ​ກັບ​ການ​ພິຈາລະນາ​ຮັບຮອງ​ຂອງ​ລັດ​ຖະບານ ແລະ ສະພາ​ແຫ່ງ​ຊາດ.



ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ ນວ ໄດ້​ສຳພາດ​ວັນ​ທີ 18 ສິງຫາ​ນີ້​ວ່າ: ຄະນະ​ພັກ-ອົງການ​ປົກຄອງ ແລະ ສະພາ​ປະຊາຊົນ ນວ ໄດ້​ສ້າງ​ກອງ​ທຶນ​ທາງ​ຂຶ້ນມີ​ຈຸດປະສົງ ເພື່ອ​ລະດົມ​ຂົນຂວາຍ​ບຸກຄົນ ນິຕິບຸກຄົນ​ປະກອບສ່ວນ​ເຂົ້າ​ໃນ​ການ​ກໍ່ສ້າງ​ສ້ອມແປງ​ບູລະນະ ແລະ ກໍ່ສ້າງ​ເສັ້ນທາງ​ຮ່ອມ​ທາງ​ຊອຍ​ໃນ​ເທສະບານ ແລະ ຊານເມືອງ ເຮັດ​ໃຫ້ການ​ສັນຈອນ​ບົນ​ຖະໜົນ​ມີຄວາມ​ປອດ​ໄພ​ຮັບປະກັນ ນວ ຫຼຸດ​ພົ້ນ​ອອກ​ຈາກ​ສະຖານະ​ພາບຄວາມ​ດ້ອຍ​ພັດທະນາ​ດ້ານ​ພື້ນຖານ​ໂຄງ​ລ່າງ ແລະ ມີ​ສ່ວນ​ບັນເທົາ​ໜີ້​ສິນ​ສາທາລະນະ​ຈາກການ​ກໍ່ສ້າງ​ເສັ້ນທາງ.



ປັດຈຸບັນ ພື້ນຖານ​ໂຄງ​ລ່າງຖະໜົນ​ຫົນທາງ​ໃນ ນວ ໄດ້​ຮັບການ​ພັດທະນາ​ພຽງ 30% ສ່ວນທີ່​ເຫຼືອ​ແມ່ນ​ຍັງ​ບໍ່​ໄດ້​ຮັບ​ການ​ກໍ່ສ້າງ ແລະ ສ້ອມແປງ​ໄລຍະຜ່ານ​ມາ ນວ ໄດ້​ມີ​ນະໂຍບາຍ​ກໍ່ສ້າງ​ເສັ້ນທາງ​ໂດຍ​ປະຊາຊົນ​ມີສ່ວນ​ຮ່ວມ​ກັບ ນວ ໃນ​ນັ້ນເປັນທຶນ​ປະຊາຊົນ 30% ແລະ ລັດ 70% ໄດ້​ມອບ​ໝາຍ​ໃຫ້​ບໍລິສັດເອກະ​ຊົນ​ລົງທຶນ​ກ່ອນ ຜ່ານ​ການກໍ່ສ້າງ​ທາງ​ໄດ້​ສຳເລັດ​ປະມານ 18 ເສັ້ນ ແຕ່​ພາຍຫຼັງ​ກໍ່ສ້າງ​ສຳເລັດ​ ບາງ​ເສັ້ນທາງ​ຍັງ​ບໍ່​ທັນ​ໄດ້​ສຳ​ລະ​ຄ່າ​ກໍ່ສ້າງ​ໃຫ້​ບໍລິສັດ ເຊັ່ນ: ເສັ້ນທາງ​ໜອງ​ແຕ່ງ ແລະ ເສັ້ນທາງ​ດອນ​ໜູນ-ທ່າ​ງອນ ໃນ​ປີໜຶ່ງ ນວ ໄດ້​ຮັບ​ທຶນ​ຈາກ​ລັດ​ຖະບານ​ພຽງ ປີ​ລະ 500 ລ້ານ​ກີບ ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ສ້ອມແປງ​ເສັ້ນທາງ ເຊິ່ງ​ທຶນ​ດັ່ງກ່າວ ເຫັນ​ວ່າ​ບໍ່​ພຽງພໍສຳລັບປີ 2017 ໄດ້​ຮັບ​ຕົວ​ເລກ​ເພີ່ມ​ຂຶ້ນ​ເປັນ 6,6 ຕື້​ກີບ ມາ​ຮອດ​ປັດຈຸບັນ ບໍ່​ໄດ້​ຮັບເງິນ​ເທື່ອ​ເຖິງ​ຈະ​ໄດ້​ຮັບ​ງົບ​ປະມານ​ເພີ່ມ ແຕ່​ກໍ່​ຍັງ​ບໍ່​ພຽງພໍ​ກັບຄວາມ​ຕ້ອງການ​ທີ່​ທາງ​ພະ​ແນກໂຍທາ​ທິ​ການ ແລະ ຂົນສົ່ງ ນວ ຕ້ອງການປີ​ລະ 20 ຕື້​ກີບ ເພື່ອແກ້​ໄຂ​ສ້ອມແປງ​ເສັ້ນທາງ​ໃນ ນວ.



ປັດຈຸບັນ ພາຫະນະ​ໃນ ນວ ມີປະມານ 8 ແສນ​ກວ່າ​ຄັນ​ສະນັ້ນ ຖ້າ​ບັນດາ​ເຈົ້າ​ຂອງ​ລົດ​ເຫັນຄວາມ​ສຳຄັນ​ໃນ​ການ​ແກ້​ໄຂ​ບັນຫາ​ດັ່ງກ່າວ ພ້ອມ​ກັນ​ປະຕິບັດຕາມ​ກົດ​ລະບຽບ​ກອງ​ທຶນ​ທາງ​ປະຊາຊົນ​ ຈະ​ຊ່ວຍ​ໃຫ້​ພື້ນຖານ​ໂຄງລ່າງ​ຖະໜົນ​ທາງ​ໃນ ນວ ໄດ້​ຮັບການ​ພັດທະນາ​ຍົກ​ລະດັບ​ດີ​ຂຶ້ນ ໃຫ້​ສົມ​ກັບ​ວ່າ ນວ ເປັນ​ນະຄອນຫຼວງ​ຂອງ​ປະເທດ ແລະ ສາມາດນຳ​ເງິນ​ຫ່ວງ​ດັ່ງກ່າວ​ມາ​ແກ້​ໄຂບັນຫາ​ໜີ້​ສິ້ນ ​ທີ່​ຍັງ​ຄ້າງ​ຊຳລະ​ໃຫ້ກັບ​ບໍລິສັດ​ທີ່​ກໍ່ສ້າງ​ທາງ​ໃຫ້​ປະຊາຊົນ​ ໄດ້​ໄປ​ມາ​ຢ່າງ​ສະດວກ​ສະບາຍ​ນຳ​ອີກ​ດ້ວຍ ສຳລັບ​ການຄຸ້ມ​ຄອງ​ກອງ​ທຶນ​ທາງ ​ແມ່ນ​ມອບໃຫ້​ບັນດາ​ເມືອງ​ເປັນ​ຜູ້​ຄຸ້ມ​ຄອງຂຶ້ນ​ທະບຽນ​ພາຫະນະ.


ຖ້າ​ກອງ​ທຶນ​ທາງ​ສາມາດສ້າງຕັ້ງ​ຂຶ້ນ ​ຈະ​ສາມາດ​ນຳ​ລາຍຮັບ​ຈາກ​ກອງ​ທຶນ​ນີ້​ມາ​ກໍ່ສ້າງ ແລະ ສ້ອມແປງ​ເສັ້ນທາງ​ໃນ ນວ ໃຫ້​ມີ​ຄວາມ​ຈະເລີນ​ສີວິໄລ​ຂຶ້ນ​ໄດ້ຢ່າງ​ແນ່ນອນ ແຕ່​ກອງ​ທຶນ​ທາງຈະ​ເກີດ​ຂຶ້ນ​ໄດ້​ນັ້ນ ​ຕ້ອງ​ໄດ້​ຮັບການ​ພິ​ຈາລະ​ນະ​ເຫັນ​ດີ​ຈາກ​ຫຼາຍພາກສ່ວນ ໂດຍ​ສະເພາະລັດ​ຖະບານ ແລະ ສະພາ​ແຫ່ງ​ຊາດ ປັດຈຸບັນ ກອງ​ທຶນ​ທາງ​ປະຊາຊົນເປັນ​ພຽງ​ບາດກ້າວ​ທຳ​ອິດ​ທີ່​ອົງການ​ປົກຄອງ ນວ ຮ່າງ​ຂຶ້ນ​ມາ ຜ່ານ​ພຽງ​ແຕ່​ຂັ້ນ​ທ້ອງຖິ່ນ​ເທົ່ານັ້ນ ແລະ ໃນຕໍ່ໜ້າ ​ແມ່ນ​ໄດ້​ມີແຜນ​ເຜີຍແຜ່​ການ​ສ້າງຕັ້ງ​ກອງທຶນ​ທາງ​ປະຊາຊົນ ​ໃຫ້​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ ແລະ ປະຊາຊົນ ໃຫ້​ຮັບ​ຮູ້​ທັງ​ເປັນ​ການ​ຢັ່ງ​ຫາງສຽງຄວາມ​ເຫັນ​ດີ​ຈາກ​ປະຊາຊົນ ສຳລັບ​ກອງ​ທຶນ​ທາງ​ປະຊາຊົນ ນວ ແມ່ນ​ບໍ່​ໄດ້​ຊ້ຳ​ຊ້ອນ​ກັບກອງ​ທຶນ​ທາງ​ຫຼວງ​ຂອງ​ລັດ​ຖະບານ.

 ແຫຼ່ງຂ່າວ:​ວຽງຈັນໃໝ່
Powered by Blogger.