Header Ads

ກອງປະຊຸມໃຫຍ່ໜ່ວຍກຳມະບານຮາກຖານ ຂອງສານປະຊາຊົນເຂດ III ເມືອງຫົງສາ​ ແຂວງໄຊຍະບູລີ, ຄັ້ງທີ​ I

https://scontent.fvte1-1.fna.fbcdn.net/v/t34.0-0/p280x280/

ກອງປະຊຸມໃຫຍ່ໜ່ວຍກຳມະບານຮາກຖານ ຂອງສານປະຊາຊົນເຂດ III ເມືອງຫົງສາ​ ແຂວງໄຊຍະບູລີ​ ຄັ້ງທີ​ I, ໄດ້ຕັດຈື້ນຢ່າງເປັນທາງການ,​ ໃນຕອນເຊົ້າຂອງວັນທີ 25 ສິງຫາ​ 2017​ ນີ້,​ ຢູ່ທີ່ກ້ອງປະຊຸມຂອງສານປະຊາຊົນເຂດ​ III​ ໂດຍການເປັນປະທານຂອງ ທ່ານ​ ບຸນທຽມ ສີເມືອງ ເລຂາໜ່ວຍພັກ,​ ທ່ານ ສົມໄວ ຈັນທະຜາລີ ຮອງເລຂາໜ່ວຍພັກ ຮອງປະທານສານປະຊາຊົນເຂດ III​ ປະທານກຳມະບານຮາກຖານສານປະຊາຊົນເຂດ III​ ເມືອງຫົງສາ​ ແຂວງໄຊຍະບູລີ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ​ ທອງຈັນ ຫົງສາກຸນ ກຳມະການພັກເມືອງ​ ປະທານກຳມະບານເມືອງຫົງສາ​ ແຂວງໄຊຍິບູລີ,​ ມີແຂກຖືກເຊີນ,​ ສະມາຊິກກຳມະບານໜ່ວຍກຳມະບານຮາກຖານສານປະຊາຊົນເຂດ III ເມືອງຫົງສາ ແຂວງໄຊຍະບູລີ​ ທັງໝົດ​ 21​ ທ່ານ,​ ຍິງ​ 8​ ທ່ານ,​ ໃນໂອກາດດັ່ງກ່າວ ທ່ານ​ ສົມໄວ​ ຈັນທະຜາລີ​ ຮອງເລຂາໜ່ວຍພັກ​ ຮອງປະທານສານປະຊາຊົນເຂດ​ III​ ເມືອງຫົງສາ​ ປະທານກຳມະບານຮາກຖານໜ່ວຍກຳມະບານສານປະຊາຊົນເຂດ​ III,​ ກໍາໄດ້ຂື້ນກ່າວເປີດກອງປະຊຸມຢ່າງເປັນທາງການ​ພ້ອມທັງຜ່ານບົດລາຍງານການເມືອງຂອງວຽກງສນກຳມະບານຮາກຖານໃນໄລຍະ​ 5 ປີຜ່ານມາ​ ແລະ​ ພາກທິດທາງແຜນການຈັດຕັ້ງປະຕິບັດວຽກງານ 5 ປີຕໍ່ໜ້າ,​
   
https://scontent.fvte1-1.fna.fbcdn.net/v/t34.0-0/p280x280/

https://scontent.fvte1-1.fna.fbcdn.net/v/t34.0-0/p280x280/

 ໃນໄລຍະຜ່ານມາໜ່ວຍກຳມະບານຮາກຖານສານປະຊາຊົນເຂດ  III ທີ່ໄດ້ແຍຍກອອກຈາກໜ່ວຍກຳມະບານາາກຮານ​ ຍຸດຕິທຳ-ໄອຍາການ​ ແລະ​ ຖະແຫຼງ​ຂ່າວ​ ວັດທະນະທຳ​ ເມື່ອວັນທີ​ 6 ມີນາ​ 2012 ເຊິ່ງຢູ່ພາຍໃຕ້ການຊີ້ນຳໆພາຂອງໜ່ວຍພັກ-ຄະນະນຳສານປະຊາຊົນເຂດ III​ ທີ່ໄດ້ເຮັດໜ້າທີ່ເປັນເສນາທິການໃຫ້ແກ່ສະຫະພັນກຳມະບານເມືອງຫົງສາ ທີ່ໄດ່ເຄື່ອນໄຫວຕາມພາລະບົດບາດ ແລະ​ ສິດໜ້າທີ່ຂອງຕົນເອງຕະຫຼອດມາ,​ ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງສະຫະພັນກຳມະບານແຂວງ ແລະ​ ມະຕິກອງປະຊຸມໃຫຍ່,​ ຄັ້ງທີ​ VI​ ຂອງສະຫະພັນກຳມະບານເມືອງຫົງສາ ແຂວງໄຊຍະບູລີ,​ ການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ບັນດາສະມາຊິກກຳມະບານໄດ້ຮັບການສຶກສາອົບຮົມໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ທາງດ້ານປະລິມານ  ແລະ​ ຄຸນນະພາບ,​ ມີຄວາມເຊື່ອໝັ້ນ ແລະ​ ໜັກແໜ້ນຕໍ່ການນຳພາຂອງພັກ-ລັດ.​
       ໜ່ວຍພັກກຳມະບານສານປະຊາຊົນເຂດ III ເມືອງຫົງສາ ໄດ້ມີສະມາຊິກທັງໝົດ 17​ ສະຫາຍ,​ ຍິງ​ 5  ສະຫາຍ,​ ໃນນີ້ຍັງບໍ່ທັນໄດ້ເຂົ້າເປັນກອງທຶນກຳມະບານ 1 ສະຫາຍ,​ ຍິງ​ 1 ສະຫາຍ​ (ຍ້າຍມາໃໝ່).​
     ຈາກນັ້ນຄະນະກຳມະບານຮາກຖານຊຸດເກົ່າກໍ່ໄດ້ຂື້ນກ່າວລາຕຳແນ່ງ​ແລະໄດ້ເລືອກຕັ້ງຄະນະກຳມະບານຊຸດໃໝ່ 5 ທ່ານ​ຄື​ ທ່ານ​ ເລືອກເອົາ​ 3 ທ່ານຄື: ທ່ານ​ ຫຸ​ແພງ​ ສີທະປັນຍາ ເປັນຫົວໜ້າ,​ ທ່ານ​ ສີ​ ຈັນສະໜອນ ເປັນຮອງ,​ ທ່ານ​ ແວຝສງປະເສິດ ສຸກກະເສີມ ເປັນຄະນະ
ໃນຕອນທ້າຍຂອງກອງປະຊຸມປະຖົມມະລຶກ ທ່ານຮອງເລຂາໜ່ວຍພັກສານປະຊາຊົນເຂດ  III​ ເມືອງຫົງສາ​ ກໍ່ໄດ້ຂື້ນຜ່ານມະຕິກອງປະຂຸມໃຫຍ່ກຳມະບານຮາກຖານ ພ້ອມລາຍງານວຽກງານແຜນກມານຈັດຕັ້ງປະຕິບັດໃນຕໍ່ໜ້າຕື່ມອີກ


https://scontent.fvte1-1.fna.fbcdn.net/v/t34.0-0/p280x280/

https://scontent.fvte1-1.fna.fbcdn.net/v/t34.0-0/p280x280/

https://scontent.fvte1-1.fna.fbcdn.net/v/t34.0-0/p280x280/


https://scontent.fvte1-1.fna.fbcdn.net/v/t34.0-0/p280x280/

ແຫຼ່ງຂ່າວຈາກ : ຫ້ອງການຖະແຫຼງຂ່າວເມືອງຫົງສາແຂວງໄຊຍະບູລີ




Powered by Blogger.