Header Ads

ເກັດພົງສາວະດານ "ເມືອງສິງ"

ในภาพอาจจะมี 6 คน, ผู้คนกำลังนั่ง
ເມືອງສິງ ເປັນເມືອງທີ່ມີປະຊາກອນສ່ວນໃຫຍ່ເປັນຄົນໄຕລື້ ໃນອະດີດເປັນເມືອງດຽວກັນກັບເມືອງຊຽງແຂງ ເຊີ່ງຢູ່ໃນເຂດລັດສານ ປະເທດມຽນມາໃນປັດຈຸບັນ. ໃນອະດີດເມືອ ອັງກິດ ແລະຝຣັ່ງເສດໄດ້ຕົກລົງແບ່ງດິນແດນກັນໂດຍການເອົາແມ່ນ້ຳຂອງເປັນເສັ້ນຊາຍແດນ ສະນັ້ນ, ຝັ່ງຊຽງແຂງຈຶ່ງຕົກໄປຂື້ນນຳອັງກິດ. ສ່ວນເມືອງສິງໄດ້ຂຶ້ນກັບຝຣັ່ງເສດຄື ໃນວັນທີ 09.05.1896 ກອງທັບຝຣັ່ງເສດ ແລະ ຄະນະຜູ້ແທນຂອງຈັກກະວັດອັງກິດໄດ້ພົບປະກັນທີ່ເມືອງສິງເພື່ອເຈລະຈາກ່ຽວກັບສົນທິສັນຍາ ເຊີ່ງມີຫລາຍເນື້ອໃນໂດຍໃນນັ້ນ ມີເນື້ອໃນກ່ຽວກັບສະຖານະພາບຂອງເຈົ້າຟ້າໄຕລື້ ແລະ ໄດ້ມີການລະບຸເຂດແດນ. ຫລັງຈາກນັ້ນ ກອງກຳລັງທະຫານອັງກິດທີ່ເຂົ້າຍຶດເມືອງສິງຕັ້ງແຕ່ເດືອນ ເມສາ 1895 ກໍ່ໄດ້ຖອນກຳລັງອອກໄປ ແລະ ເຈົ້າສາລີນໍ່ ທີ່ຫລົບໜີໄປເມືອງຫລວງນ້ຳທາກໍ່ໄດ້ກັບຄືນມາເມືອງສິງ ໂດຍໄດ້ຮັບສະຖານະເປັນເຈົ້າຟ້າເມືອງສິງເຊັ່ນເດີມແຕ່ພາຍໃຕ້ການປົກຄອງຂອງຝຣັ່ງເສດ. ແຕ່ເຈົ້າຟ້າສາລີນໍ່ຮູ້ສຶກເສັຍໃຈຫລາຍທີ່ອານາເຂດ ດິນແດນທີ່ຕົນເຄີຍປົກຄອງຕ້ອງເສັຍໄປຕົກເປັນຂອງອັງກິດຄື: ເມືອງຊຽງລາບ, ເມືອງຍູ້ ແລະ ເມືອງຫລວຍໄດ້ຕົກໄປເປັນຂອງອັງກິດ.
ໃນວັນທີ 09.11.1901 ເຈົ້າຟ້າສາລີນໍ ທິວົງຄົດ (ຕາຍ) ໃນໄວ55ປີ ເຮັດໃຫ້ເຈົ້າອ່ອງຄຳ ບຸດຂອງເຈົ້າສາລີນໍ່ ຂຶ້ນເປັນເຈົ້າຟ້າເມືອງສິງ ແລະຫລັງຈາກນັ້ນ 02 ປີ ເຈົ້າຟ້າອ່ອງຄຳ ໄດ້ຮັບຕຳແໜ່ງທາງທະຫານຈາກລັດຖະບານຝຣັ່ງເສດ ແລະໄດ້ມີການຈັດເກັບພາສີຕາມລະບົບຂອງຝຣັ່ງເສດ. ໃນວັນທີ 06 ເມສາ 1916, ) ຝຣັ່ງເສດໄດ້ປົດເຈົ້າຟ້າອ່ອງຄຳອອກຈາກຕຳແໜ່ງ ເນື່ອງຈາກ ເຈົ້າອ່ອງຄຳພະຍາຍາມປົດແອກຈາກຝຣັ່ງເສດ ໂດຍຝຣັ່ງເສດໄດ້ຕັ້ງຂໍ້ຫາກະບົດແກ່ເຈົ້າຟ້າເມືອງສິງ ເປັນເຫດໃຫ້ເຈົ້າຟ້າເມືອງສິງຈຳເປັນຕ້ອງຫລົບໜີໄປ ເມືອງສິບສອງພັນນາລື້.


ในภาพอาจจะมี หนึ่งคนขึ้นไป, ท้องฟ้า และ สถานที่กลางแจ้ง


ในภาพอาจจะมี หนึ่งคนขึ้นไป และ สถานที่กลางแจ้ง


ในภาพอาจจะมี 1 คน, กำลังยืน, หมวก, ภาพระยะใกล้ และ สถานที่กลางแจ้ง




ในภาพอาจจะมี 1 คน, หมวก และ ภาพระยะใกล้



ในภาพอาจจะมี 2 คน, สถานที่กลางแจ้ง


ในภาพอาจจะมี สถานที่กลางแจ้ง

ในภาพอาจจะมี 2 คน, สถานที่กลางแจ้ง
ในภาพอาจจะมี 3 คน, ผู้คนกำลังยืน, ต้นไม้, สถานที่กลางแจ้ง และ ข้อความ
ในภาพอาจจะมี 2 คน, ผู้คนกำลังยืน, เด็ก และ สถานที่กลางแจ้ง




ในภาพอาจจะมี บ้าน และ สถานที่กลางแจ้ง

ในภาพอาจจะมี ท้องฟ้า และ สถานที่กลางแจ้ง








Powered by Blogger.