Header Ads

10 ພຶດຕິກຳນຳພາໃຫ້ຕັບເສື່ອມໂດຍບໍ່ຮູ້ໂຕ

ຜົນ​ການ​ຊອກຫາ​ສຳລັບ ตับ
1. ເປັນນັກດື່ມ ເຄື່ອງດື່ມແອວກໍຮໍຄືສາເຫດອັນດັບຕົ້ນໆຂອງການເຮັດໃຫ້ຕັບເສື່ອມໄວ ໂດຍສະເພາະການດື່ມທຸກມື້ໂດຍບໍ່ໃຫ້ຕັບໄດ້ຢຸດພັກແດ່ ສະສົ່ງຜົນໃຫ້ການເຜົາຜານແອວກຊຮໍໃນຕັບບໍ່ໝົດ

2. ຕື່ນຕອນເຊົ້າບໍ່ຍ່ຽວ ຈະເຮັດໃຫ້ຂອງເສຍແລະສານພິດທີ່ບໍ່ໄດ້ຖືກຂັບອອກມາລະຫວ່າງການນອນຫຼັບຫຼາຍຊົ່ວໂມງ ສະສົມແລະຕົກຄ້າງຈົນເປັນພິດຕໍ່ຕັບ

3. ນອນເດິກຕື່ນສວຍ ຈະລົບກວນຂະບວນການສ້ອມແຊມສ່ວນທີ່ຫຼຸ້ນຫ້ຽນຂອງຮ່າງກາຍ ລວມເຖິງຕັບກໍ່ບໍ່ສາມາທຳງານໄດ້ຢ່າງເຕັມທີ່ເພື່ອຈະຂັບຂອງເສຍຫຼືສານພິດ ແລະນີ້ກໍ່ເປັນການທຳຮ້າຍຕັບໄດ້ຫຼາຍທີ່ສຸດຈົນເຖິງຂັ້ນຕັບເສື່ອມໄດ້ເລີຍ

4. ກິນຢາໂດຍບໍ່ຈຳເປັນ ເຮົາມັກເຄີຍເຫັນຜູ້ໃຫຍ່ໃຫ້ກິນຢາດັກໄວ້ກ່ອນ ແມ້ຈະບໍ່ສະບາຍພຽງເລັກນ້ອຍ ຖ້າເຮັດເປັນປະຈຳທຸກຄັ້ງທີ່ຄິດວ່າອາດເຈັບປ່ວຍ ກໍ່ຈະເປັນອັນຕະລາຍກັບຕັບເຖິງຂັ້ນພາວະຕັບວາຍໄດ້

5. ບໍ່ກິນອາຫານເຊົ້າ ຂະສົ່ງຜົນເສຍຕໍລະບົບການທຳງານພາຍໃນຮ່າງກາຍ ເກີດອາການຂອງໂລກຕ່າງໆໄດ້ຫຼາຍ ເຊິ່ງຈພເຮັດໃຫ້ຕັບເສື່ອມໄວດ້ວຍ

6. ກິນອາຫານເກິນພໍດີ ນອກຈາກຈະສ້າງປັນຫາໃຫ້ແກ່ອະໄວຍະວະຢ່າງກະເພາະແລະລຳໃສ້ໃນການຍ່ອຍແລ້ວ ຍັງອາດເຮັດໃຫ້ເກີດການສະສົມຂອງໃຂມັນທີ່ບໍລິເວນຕັບ

7. ພຶດຕິກຳການໃຊ້ສານເຄມີ ມັກເຮັດສີຜົມຫຼືຍ້ອມຜົມ ການທາເລັບ ການໃຊ້ເຄື່ອງສຳອາງແຕ່ງໜ້າ ຍິ່ງຖ້າໃຊ້ຜະລິດຕະພັນທີ່ບໍ່ມີຄຸນນະພາບ ກໍ່ຈະເຮັດໃຫ້ຕັບຕ້ອງເຮັດວຍກນັກໃນການກຳຈັດສານພິດ

8. ສູດດົມາສານພິດເຂົ້າສູ່ຮ່າງກາຍ ອາດເປັນຄວນຢາກັນຍຸງ ຄວັນທູບ ສະເປກຳຈັດແມງໄມ້ ຄວັນຢາສູບ ແລະຄວນພິດຈາກທໍ່ໄອເສຍລົດ ເມື່ອເຮົາຫາຍໃຈເຂົ້າໄປຈະເກີດການຕົກຄ້າງ ໂດຍຕັບຕ້ອງເຮັດໜ້າທີ່ໜັກໃນການກຳຈັດອອກຈາກຮ່າງກາຍ

9. ກິນອາຫານແປຮູບເປັນປະຈຳ ສ່ວນຜະສົມຫຼັກຂອງອາຫານປະເພດນີ້ມັກໃສ່ສານກັນບູດ ສີຜະສົມອາຫານມີການແຕ່ງກິ່ນແລະລົດຕ່າງໆແລະນ້ຳຕານທຽມ ຈະເຮັດໃຫ້ຕັບເສື່ອມຖອຍລົງເພາະຕ້ອງຄອຍຂັບສານພິດເຫຼົ່ານັ້ນ

10. ໃຊ້ນ້ຳມັນຊ້ຳເຮັດອາຫານ ເຊິ່ງບໍ່ດີຕໍ່ຮ່າງກາຍອາດເປັນສາເຫດເຮັດໃຫ້ຕັບເກີດການອັກເສບໄດ້ ເພາະໃຊ້ນ້ຳມັນທີ່ໃຊ້ຊ້ຳໆຫຼາຍຄັ້ງຈະເປັນແຫຼ່ງຂອງສານພິດແລະອະນຸມູນອິດສະລະທີ່ເປັນອັນຕະລາຍ



Powered by Blogger.