Header Ads

ເຫດສະຫລົດໃຈ! ເດັກໄຮ້ດຽງສາຈົມນໍ້າຕາຍພາບດຽວ 4 ຄົນຢູ່ເມືອງປາກງື່ມ

       
       ອາທິດຜ່ານມາ ມີເຈົ້າຂອງເຟສບຸກລາຍຫນຶ່ງມີນາມວ່າ Thonglien Sivilay ໄດ້ເລົ່າຄວາມລະທົມຂົມຂື່ນ ແລະ ສ້າງຄວາມຫົດຫູ່ໃຈໃຫ້ຜູ້ຄົນໃນໂລກອອນລາຍຈົນບໍ່ສາມາດກັ້ນນໍ້າຕາຢູ່ໄດ້ ເຊິ່ງເລື່ອງມີຢູ່ວ່າເຫດການເກີດຂຶ້ນ ເວລາປະມານ 18:00 ນາທີຂອວວັນທີ 14 ກັນຍາ 2017 ຜ່ານມາ ທີ່ເມືອງປາກງື່ມ ນະຄອນຫລວງວຽງຈັນ ໃນເຫດການີ້ພໍ່ແມ່ໄດ້ປະເດັກນ້ອຍຫຼິ້ນນໍ້າຕາມລຳພັງ ແລະ ເວລາຜ່ານໄປ ພຽງ 30 ນາທີ ເມື່ອພໍ່ແມ່ສະດຸ້ງເຕື່ອນຂຶ້ນກໍໄດ້ແລ່ນໄປເບິ່ງລູກ ແຕ່ປະກົດເຫັນພຽງເກີບລູກຫລ່ອງລອຍຢູ່ເທີງຫນ້າ ແລະ ໄດ້ໂດດລົງຄົ້ນຫາ ສຸດທ້າຍພົບເຫັນ ເດັກນ້ອຍ ທັງ 4 ຄົນໄດສິ້ນລົມຫາຍໃຈໃຕ້ບາດານແລ້ວ.
ອີງຕາມຂໍ້ມູນຂອງຍາດພີ່ນ້ອງເດັກດັ່ງກ່າວເປີດເຜີຍວ່າ ເດັກນ້ອຍເສຍຊີວິດທັງຫມົດ ໃນນັ້ນມີ ເດັກນ້ອຍຊາຍ 3​ ຄົນ ແລະ ເດັກຍິງ 1 ຄົນ ແລະ 3​ ຄົນ ແມ່ນພໍ່ແມ່ດຽວກັນ ແລະ ອີກ 1 ຄົນແມ່ນລູກຍາດພີ່ນ້ອງ.
       ແນວໃດກໍຕາມ ຄອບຄົວຂອງຜູ້ເຄາະຮ້າຍຄົນມາຈາກ ເມືອງເຟືອງ ແຂວງວຽງຈັນ ແລ້ວພາກັນມາ ຫຼິ້ນບຸນ ທີ່ເມືອງ ປາກງື່ມ, ນະຄອນຫຼວງວຽງຈັນ. ຂະນະນັ້ນ ພໍ່ແມ່ນພວມມ່ວນຊື່ນຊຸມແຊວ ແລະ ປະລູກຫຼິ້ນນໍ້າຕາມພາສາຊາວບ້ານ ໃນທີ່ສຸດໄດ້ເກີດເຫດ ການບໍ່ຄາດຄິດ ເຊິ່ງໄດ້ສູນເສຍລູກທີ່ແສນຮັກຍ້ອນຄວາມປະໝາດ ແລະ ບໍ່ໃສ່ໃຈຂອງ ພໍ່ແມ່ຜູ້ປົກຄອງ.
ຈາກເຫດການຄັ້ງນີ້ ຂໍໃຫ້ເປັນອຸທາຫອນ ແລະ ເປັນສັນຍານເຕືອນສະຕິ ແກ່ພໍ່ແມ່ຜູ້ປົກຄອງທຸກໆທ່ານຕອ້ງເບິ່ງແຍງ ແລະ ເອົາໃຈໃສ່ລູກຫຼານຂອງຕົນໃຫ້ດີ.

ທາງທີມງານຈຳປາອັບເດຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເຄາະຮ້າຍຄັ້ງນີ້ດ້ວຍ
Powered by Blogger.