Header Ads

ຢຶດເຮໂຣອິນ 33 ແທ່ງ ໃນຂະນະນັດສົ່ງຢູ່ເຮືອນພັກ

     
      ໃນວັນທີ 16 ກັນຍາ 2017, ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ເຂົ້າຈັບກຸມກຸ່ມລັກລອບຊື້-ຂາຍຢາເສບຕິດ ປະເພດເຮໂຣອິນ ໃນຂະນະນັດສົ່ງໃຫ້ກັນຢູ່ບ້ານພັກແຫ່ງໜຶ່ງ ເຂດບ້ານໄຊສະຫວ່າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ຢຶດເຮໂຣອິນໄດ້ຈຳນວນ 33 ແທ່ງ, ນໍ້າໜັກ 12,6 ກິໂລກຼາມ, ລົດໃຫຍ່ 2 ຄັນ, ປືນສັ້ນ 1 ກະບອກ, ພ້ອມທັງກັກຕົວຜູ້ຖືກຫາໄດ້ຈຳນວນ 6 ຄົນ ໄປສອບສວນຂະຫຍາຍຜົນຫາຫົວໂປ່ໂຕການ ເພື່ອຕິດຕາມດໍາເນີນຄະດີຕາມກົດໝາຍ.
      ກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ເປີດເຜີຍວ່າ: ຜູ້ຖືກຫາທັງ 6 ຄົນ ຊື່ ທ້າວ ສີທອນ ອາຍຸ 27 ປີ ຢູ່ບ້ານນໍ້າສາງ ເມືອງປາກກະດິງ ແຂວງບໍລິຄຳໄຊ, ທ້າວ ໄຫຼ ອາຍຸ 35 ປີ ຢູ່ບ້ານຈອມທອງ ເມືອງວຽງທອງ ແຂວງບໍລິຄຳໄຊ, ທ້າວ ສອນໄຊ ອາຍຸ 30 ປີ ຢູ່ບ້ານໂຄກສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ທ້າວ ໄມອ່ອນ ອາຍຸ 25 ປີ ຢູ່ບ້ານທ່າເດື່ອ ເມືອງວຽງທອງ ບໍລິຄຳໄຊ, ທ້າວ ພຸດ ອາຍຸ 25 ປີ ຢູ່ບ້ານອາມອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ແລະ ທ້າວ ສິງ ອາຍຸ 34 ປີ ຢູ່ບ້ານວຽງຄຳ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.
      ຜ່ານການສືບສວນ-ສອບສວນ ພວກກ່ຽວໄດ້ໃຫ້ການຮັບສາລະພາບວ່າ: ຢາເຮໂຣອິນຈໍານວນດັ່ງກ່າວ ແມ່ນຂອງພວກກ່ຽວແທ້, ໂດຍໄດ້ຮັບຊື້ມາຈາກຜູ້ຮ່ວມຂະບວນການນໍາກັນ ເພື່ອຈະເອົາມາຂາຍໃຫ້ຜູ້ສັ່ງຊື້ ໂດຍນັດຈຸດສົ່ງເຮໂຣອິນໃຫ້ກັນຢູ່ບ້ານພັກແຫ່ງໜຶ່ງ ເຂດບ້ານໄຊສະຫວ່າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ແຕ່ບໍ່ທັນໄດ້ຂາຍ ກໍຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍ.
     ປັດຈຸບັນ, ຄະດີດັ່ງກ່າວຍັງຢູ່ໃນຂັ້ນຕອນຂອງການສືບສວນ-ສອບສວນ ຂະຫຍາຍຜົນຫາເຄືອຂ່າຍ, ກຸ່ມແກ້ງ, ພັກພວກ, ຜູ້ເປັນຫົວໂປ່ໂຕການ ເພື່ອຕິດຕາມຈັບຕົວໄປດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ. 

ແຫລ່ງຂ່າວ: ນສພ ປ້ອງກັນຄວາມສະຫງົບ
Powered by Blogger.