Header Ads

10 ສາເຫດທີ່ເຮັດໃຫ້ຜູ້ຊາຍ ເຊັກສ໌ເສື່ອມ

ຜົນ​ການ​ຊອກຫາ​ສຳລັບ sex

1. ຮໍໂມນເພດຊາຍຕ່ຳ

 ຖ້າຜູ້ຊາຍຄົນໃດມີພາວະຮໍໂມນເພດຊາຍຕ່ຳ ຄວາມຕ້ອງການທາງເພດກໍ່ຈະຫຼຸດລົງໄປເຊັ່ນດຽວກັນ.

2. ການໃຊ້ຢາບາງຊະນິດ 

ຢາບາງຊະນິດຈະໄປຫຼຸດລະດັບຮໍໂມນ ເຮັດໃຫ້ຄວາມຕ້ອງການທາງເພດຫຼຸດລົງ ເຊັ່ນ: ຢາຫຼຸດຄວາມດັນ.

3. ໂຣກ RLS 

ຜູ້ປ່ວຍຈະຮູ້ສຶກມີໂຕຫຍັງໄຕ່ທີ່ຂາຢູ່ເລື່ອຍໆ ໂດຍນັກວິໄຈພົບວ່າ ຜູ້ທີ່ມີອາການຂອງໂຣກ RLS ມີແນວໂນ້ມວ່າຈະເປັນມັນກວ່າຜູ້ຊາຍປົກກະຕິ.

4. ຊຶມເສົ້າ 

ອາການຊຶມເສົ້າສົ່ງຜົນກະທົບຕໍ່ຮ່າງກາຍຫຼາຍຢ່າງ ຖ້າໃຜບໍ່ຢາກໃຫ້ເຊັກສ໌ເສື່ອມກໍ່ເຮັດຕົວໃຫ້ສົດຊື່ນມີຊີວິດຊີວາເຂົ້າໄວ້.

5. ເຈັບປ່ວຍຊ້ຳເຮື້ອ 

ຜູ້ທີ່ມັກປ່ວຍເປັນປະຈຳ ສຸຂະພາບບໍ່ແຂງແຮງ ຈະສົ່ງຜົນຕໍ່ເຊັກສ໌ໄດ້ ເພາະມັນຈະໄປຫຼຸດຈຳນວນການຜະລິດສະເປີມ ເຮັດໃຫ້ມີເພດສຳພັນໄດ້ບໍ່ດີເທົ່າທີ່ຄວນ.

6. ມີບັນຫາດ້ານການຫຼັບນອນ 

ນັກວິໄຈພົບວ່າຮໍໂມນເພດຊາຍມີຄວາມສຳພັນກັບການນອນ ໂດຍຜູ້ຊາຍທີ່ມມີລະດັບຮໍໂມນເພດຕ່ຳ ມັກມີບັນຫາເລື່ອງການນອນບໍ່ລັບ.

7. ອາຍຸ 

ຜູ້ຊາຍທີ່ມີອາຍຸສູງຂຶ້ນ ຄວາມຕ້ອງການທາງເພດກໍ່ຈະຄ່ອຍຫຼຸດລົງຕາມອາຍຸທີ່ເພີ່ມຂຶ້ນ

8. ຄວາມຄຽດ 

ຄວາມຄຽດເຮັດໃຫ້ຄວາມຕ້ອງການທາງເພດຫຼຸດລົງ ເມື່ອເກີດຄວາມຄຽດ ຫຼື ຄວາມກົດດັນ ມັກຈະໄປຫຼຸດລະດັບຮໍໂມນຄວາມຕ້ອງການທາງເພດລົງ.

9. ຕິດໜ້າຈໍໜ້າເກີນໄປ

 ຜົນການສຶກສາຂອງມະຫາວິທະຍາໄລ Rochester ປີ 2010 ພົບວ່າ ຜູ້ຊາຍທີ່ໃຊ້ຢູ່ກັບໜ້າຈໍໂທລະສັບ, ຄອມພິວເຕີ, ແທັບເລັດ ຫຼາຍກວ່າ 20 ຊົ່ວໂມງ/ອາທິດ ຮ່າງການຈະຜະລິດສະເປີມໄດ້ໜ້ອຍລົງເຖິງ 44%.

10. ບໍ່ຄ່ອຍໄດ້ໃຊ້ງານ

 ເຊິ່ງຜົນການສຶກສາທີ່ຕີພິມລົງວາລະສານ American Journal of Medicine ເມື່ອປີ 2008 ຜູ້ຊາຍທີ່ມີເຊັກສ໌ໜ້ອຍກວ່າ 1 ຄັ້ງຕໍ່ອາທິດ ມີຄວາມສ່ຽງທີ່ຈະເປັນໂຣກເສື່ອມສະມັດຕະພາບທາງເພດຫຼາຍທີ່ສຸດ ສ່ວນຜູ້ຊາຍທີ່ມີເຊັກສ໌ 3 ຄັ້ງ/ອາທິດ ມີແນວໂນ້ມມີສຸຂະພາບທາງເພດທີ່ດີກວ່າ.

Powered by Blogger.