ດ່ານພາສີສາກົນຂົວມິດຕະພາບ 1 ຈະນໍາໃຊ້ລະບົບຈັດເກັບພາສີ-ອາກອນຜ່ານລະບົບອີເລັກໂທນິກ
ອີງຕາມການຍລາຍງານຂ່າວຂອງ
ຂປລ ວ່າ: ດ່ານພາສີສາກົນຂົວມິດຕະພາບ 1 ຈະນໍາໃຊ້ລະບົບ
ຈັດເກັບພາສີ-ອາກອນຜ່ານລະບົບອີເລັກໂທນິກສະກັດກັ້ນການນໍາເຂົ້າເຄື່ອງຂອງຕິດຕົວຜູ້ໂດຍສານທີ່ມີລັກສະນະທາງການຄ້າ
ແລະ
ມີການເຂົ້າ-ອອກຜ່ານດ່ານເປັນປະຈໍາເພື່ອປົກປ້ອງຜູ້ປະກອບການທີ່ດໍາເນີນທຸລະກິດຖືກຕ້ອງຕາມກົດໝາຍພາຍໃນສປປ
ລາວ.
ໃນວັນທີ 19
ກັນຍາ 2017 ຜ່ານມານີ້ ທີ່ດ່ານພາສີສາກົນຂົວມິດຕະພາບ 1 ໄດ້ມີພິທີເຊັນສັນຍາ ລະ ຫວ່າງ
ທ່ານ ບຸນປະເສີດ ສີກຸນລະບຸດ ຮັກສາການຫົວໜ້າກົມພາສີ, ກະຊວງການເງິນ ແລະ ທ່ານ ພູຂົງ
ຈັນທະຈັກ ຜູ້ອໍານວຍການໃຫຍ່ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ວ່າດ້ວຍການພັດທະນາລະບົບຈັດເກັບອາກອນມູນຄ່າເພີ່ມ ຈາກເຄື່ອງຕິດຕົວຜູ້ໂດຍສານຂາເຂົ້າ
ແລະ ຄ່າທໍານຽມຜູ້ໂດຍສານ, ພາຫະນະເຂົ້າ-ອອກ ທີ່ດ່ານພາສີສາກົນຂົວມິດຕະພາບ 1 (Smart VAT
ແລະ Fees).
ທ່ານ
ບຸນປະເສີດ ກ່າວວ່າ: ການພັດທະນາການຈັດເກັບອາກອນແບບອີເລັກໂທຣນິກ ສ່ວນໜຶ່ງ
ກໍເປັນການສົ່ງເສີມໃຫ້ປະຊາຊົນ ຫລື ຜູ້ໂດຍສານ ມີການໃຊ້ບໍລິການ ຫລື ຈັບຈ່າຍສິນຄ້າ,
ເຄື່ອງຂອງພາຍໃນໃຫ້ຫລາຍຂຶ້ນ; ຫລຸດຜ່ອນການນໍາເອົາເງິນຕາອອກນອກປະເທດ ແລະ ອື່ນໆ.
ຜູ້ຊົມໃຊ້ ຫລື
ຜູ້ເສຍຄ່າພາສີອາກອນມູນຄ່າເພີ່ມສາມາດມີທາງເລືອກໃນການຊໍາລະອາກອນມູນຄ່າເພີ່ມໄດ້ງ່າຍຂຶ້ນ
ເຊັ່ນ: ຜ່ານທາງ BCEL one ແລະ ຜ່ານບັດສະມາດແວັດ (Smart VAT Card) ເຊິ່ງສະດວກສະບາຍ
ແລະ ໄວກວ່າໃຊ້ແບບຟອມແຈ້ງແບບດັ່ງເດີມ.
ທີ່ມາ:
ສໍານັກຂ່າວສານປະເທດລາວ