Header Ads

ແຂວງຈໍາປາສັກ ກຽມຕິດຕັ້ງລະບົບເກັບຄ່າທໍານຽມ ຜ່ານດ່ານສາກົນວັງເຕົ່າ ເພື່ອເອົາເງິນເຂົ້າລັດ


    ແຂວງຈໍາປາສັກ ໄດ້ອະນຸຍາດໃຫ້ບໍລິສັດວິຄອມເທັກໂນໂລຊີ ຈໍາກັດຜູ້ດຽວ ເປັນຜູ້ດໍາເນີນການສຶກສາສໍາຫລວດ, ເກັບກໍາຊໍ້ມູນໃນການຕິດຕັ້ງລະບົບເກັບເງິນຄ່າທໍານຽມລົດຜ່ານແດນ ແລະ ຄ່າທໍານຽມຄົນເຂົ້າອອກເມືອງດ້ວຍລະບົບທັນສະໄໝ ທີ່ດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈໍາປາສັກ.
    ພິທີເຊັນບົດບັນທຶກຄວາມເຂົ້າໃຈດັ່ງກ່າວໄດ້ມີຂຶ້ນໃນວັນທີ 15 ກັນຍາ 2017 ຜ່ານມານ ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງ, ຕ່າງໜ້າອໍານາດການປົກຄອງແຂວງຈໍາປາສັກລົງນາມໂດຍທ່ານ ສາຍທອງ ໄຊຍະວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຈໍາປາສັກ ກັບ ທ່ານ ວຽງໄຊ ບູ່ຕາວົງ ຜູ້ອໍານວຍການບໍລິສັດ ວິຄອມເທັກໂນໂລຊີ ຈໍາກັດຜູ້ດຽວ, ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ບົວສອນ ວົງສອນຄອນ ຮອງເຈົ້າແຂວງໆຈໍາປາສັກ.
      ແຂວງຈໍາປາສັກ ໄດ້ເອົາໃຈໃສ່ໃນການປັບປຸງລະບົບການເກັບເງິນຄ່າທໍານຽມລົດຜ່ານແດນ ແລະ ຄ່າທໍານຽມຄົນເຂົ້າ-ອອກເມືອງ ທີ່ດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈໍາປາສັກ ໃຫ້ມີຄວາມສະດວກທັນສະໄໝ, ມີຄວາມເປັນລະບຽບຮຽບຮ້ອຍ ເພື່ອຮັບປະກັນການເກັບລາຍຮັບເຂົ້າງົບປະມານ. ດັ່ງນັ້ນອຳນາດການປົກຄອງແຂວງຈຳປາສັກ ຈິ່ງເລືອກບໍລິສັດວິຄອມເທັກໂນໂລຊີ ຈໍາກັດຜູ້ດຽວ ເນື່ອງຈາກວ່າບໍລິສັດດັ່ງກ່າວເປັນບໍລິສັດທີ່ມີປະສົບການກ່ຽວກັບໄອທີ, ສະໜອງ ແລະ ພັດທະນາຊອບແວ, ຮາດແວ ທີ່ມີຈຸດປະສົງຢາກມາພັດທະນາໂຄງການດັ່ງກ່າວໃຫ້ມີການພັດທະນາດີຂຶ້ນ ທັງເປັນການຮັບປະກັນການເກັບລາຍຮັບໃຫ້ໄດ້ຕາມລະດັບຄາດໝາຍທີ່ວາງໄວ້.
      ໃນພິທີທ່ານ ວຽງໄຊ ບູ່ຕາວົງ ໄດ້ກ່າວວ່າ: ບໍລິສັດ ວີຄອມເທັກໂນໂລຊີ ຈໍາກັດຜູ້ດຽວ ໄດ້ສ້າງຕັ້ງຂື້ນໃນປີ 2009 ເຮັດທຸລະກິດກ່ຽວກັບໄອທີ, ພິມບັດຕື່ມມູນຄ່າໂທໃຫ້ບໍລິສັດ ETL, unitel, ສະໜອງສາຍໄຍເກັບເຄື່ອງຂອງສູນກາງ, ສົ່ງສັນຍານ 3G ແລະ 4Gໃຫ້ກັບບໍລິສັດດັ່ງກ່າວ ແລະ ວຽກງານການສື່ສານອື່ນໆ ເ ຊຶ່ງເຫັນວ່າໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກສັງຄົມເປັນຢ່າງດີ ແລະ ພວກເຮົາເຊື່ອວ່າການເຂົ້າມາຮັບໃຊ້ໃນຄັ້ງນີ້ ຈະເຮັດໃຫ້ລະບົບການເກັບເງິນຄ່າທໍານຽມດັ່ງກ່າວໄດ້ມີການພັດທະນາ ແລະ ມີຄວາມສະດວກຫລາຍດ້ານ.

ແຫຼ່ງຂ່າວ: ຂ່າວເສດຖາກິດ ການຄ້າ
Powered by Blogger.