ລາວຖືກຈັດຢູ່ອັນດັບທີ 139 ໃນການດຳເນີນທຸລະກິດຍາກ-ງ່າຍ
ແຫລ່ງຂ່າວ (ຂປລ) ລາຍງານວ່າ: ກຸ່ມທະນາຄານໂລກໄດ້ປະເມີນຕົວຊີ້ວັດ ແລະ ຈັດໃຫ້ ສປປ ລາວ ຢູ່ໃນອັນດັບທີ 139 ຂອງຈຳນວນ 190 ປະເທດ ທີ່ມີຄວາມຍາກ-ງ່າຍໃນການດຳເນີນທຸລະກິດປີ 2017, ໂດຍສະເພາະຢູ່ນະຄອນຫລວງວຽງຈັນທີ່ປະຊາກອນຫລາຍກວ່າໝູ່, ເຊິ່ງສະແດງອອກດັ່ງນີ້: ຄວາມສະດວກໃນການຂໍອະນຸຍາດປຸກສ້າງອັນດັບທີ 47, ການຂຶ້ນທະບຽນຊັບສິນ 65, ການເຂົ້າເຖິງສິນເຊື່ອ 75, ການບັງຄັບໃຊ້ສັນຍາ 88, ການນຳເຂົ້າສົ່ງອອກສິນຄ້າ 120, ການເສຍອາກອນ 146, ການຕິດຕັ້ງໄຟຟ້າ 155, ການເລີ່ມຕົ້ນທຸລະກິດ 160, ໃນຂະນະທີ່ການປົກປ້ອງຜູ້ລົງທຶນຂະໜາດນ້ອຍ 165 ແລະ ການຢັ້ງຢືນການລົ້ມລະລາຍອັນດັບທີ 169.
ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເປີດເຜີຍໃນກອງປະຊຸມຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ເມື່ອບໍ່ດົນມານີ້ວ່າ: ຕໍ່ການຈັດອັນດັບກ່ຽວກັບຄວາມຍາກ-ງ່າຍໃນການດຳເນີນທຸລະກິດຂອງກຸ່ມທະນາຄານໂລກແມ່ນມີຄວາມສຳຄັນ ແລະ ຄວາມຈຳເປັນຢ່າງຍິ່ງທີ່ ສປປ ລາວ ຄວນເອົາໃຈໃສ່ປັບປຸງຂັ້ນຕອນ ແລະ ກົນໄກພາຍໃນປະເທດ. ທັງນີ້, ເພື່ອສ້າງຂີດຄວາມສາມາດໃນການແຂ່ງຂັນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ, ທັງເປັນການຍາດແຍ່ງ ແລະ ດຶງດູດການລົງທຶນຈາກສາກົນ, ເຊິ່ງ ສປປ ລາວ ຍັງຕ້ອງໄດ້ແຂ່ງຂັນກັບບັນດາປະເທດອ້ອມຂ້າງ ກໍຄືກຸ່ມປະເທດອາຊຽນດ້ວຍກັນ.
ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຊີ້ໃຫ້ເຫັນວ່າ: ສຳລັບການພັດທະນາ ແລະ ຄຸ້ມຄອງການລົງທຶນຢູ່ເຂດເສດຖະກິດພິເສດ (ຂພສ) ເຫັນວ່າມີຜົນປະໂຫຍດທາງເສດຖະກິດ, ສ້າງມູນຄ່າເພີ່ມໃຫ້ທີ່ດິນເຂດຫ່າງໄກສອກຫລີກ, ການຈັດສັນ ແລະ ຊົດເຊີຍທີ່ດິນສ່ວນໃຫຍ່ແມ່ນນຳໃຊ້ທຶນຮອນຂອງຜູ້ລົງທຶນພັດທະນາ, ພາຍຫລັງໝົດອາຍຸສຳປະທານທີ່ດິນດັ່ງກ່າວຈະຖືກມອບຄືນໃຫ້ລັດ. ມາຮອດປັດຈຸບັນ ຂພສ ມີທັງໝົດ 12 ເຂດ, ເຊິ່ງໄດ້ນຳໃຊ້ເນື້ອທີ່ດິນຕາມສັນຍາສຳປະທານເກືອບ 20.000 ເຮັກຕາ, ອັນໄດ້ສ້າງຄວາມເຊື່ອໝັ້ນໃຫ້ແກ່ບັນດາບໍລິສັດທີ່ມີຊື່ສຽງ ແລະ ມີຄຸນນະພາບຈາກຕ່າງປະເທດເຂົ້າມາລົງທຶນ, ສາມາດສ້າງວຽກເຮັດງານທຳ ແລະ ຖ່າຍທອດເຕັກໂນໂລຊີ ໃຫ້ແກ່ແຮງງານລາວປະມານເຄິ່ງໜຶ່ງຂອງຈຳນວນແຮງງານທັງໝົດ 15.000 ຄົນ. ນັບແຕ່ທ້າຍປີ 2015 ຮອດປັດຈຸບັນ ຂພສ ໄດ້ມອບພັນທະເຂົ້າງົບປະມານລັດ 43 ຕື້ກີບ, ການນຳເຂົ້າວັດຖຸ ແລະ ອຸປະກອນກໍ່ສ້າງມີມູນຄ່າ 1.327 ລ້ານໂດລາສະຫະລັດ ແລະ ສົ່ງອອກສິນຄ້າ 568 ລ້ານໂດລາສະຫະລັດ.
ແຫຼ່ງຂ່າວ : ໜັງສືພິມລາວພັດທະນາ