Header Ads

ລາວ-ລັດເຊຍຮ່ວມກັນພັດທະນາເຂື່ອນໄຟຟ້າເຊກອງ 5


       ນັກທຸລະກິດລັດເຊຍຮ່ວມມືກັບລັດຖະບານລາວພັດທະນາເຂື່ອນໄຟຟ້ານໍ້າຕົກເຊກອງ 5 ຢູ່ແຂວງເຊກອງ ເຊິ່ງພິທີເຊັ່ນສັນຍາດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 19 ກັນຍາ 2017 ຜ່ານມານີ້ ຢູ່ນະຄອນຫລວງວຽງຈັນໂດຍເຂົ້າຮ່ວມຂອງ ທ່ານ ຄໍາລຽນ ພົນເສນາ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ບໍລິສັດລັດ Inter RAO Engineering LLC ແຫ່ງລັດເຊຍ, ບໍລິສັດA-RKSENA PTE LTD.
        ໂຄງການດັ່ງກ່າວຄາດວ່າຈະມີກໍາລັງຕິດຕັ້ງປະມານ 330 ເມກາວັດ ຖ້າສໍາເລັດຈະໜອງໃຫ້ພາຍໃນ ແລະ ສົ່ງອອກ. 



ແຫລ່ງຂ່າວ: ສະຖານທູດລັດເຊຍ
Powered by Blogger.