Header Ads

ພະຍຸດອກສຸຣິສ້າງໜີ້ໃຫ້ຫຼາຍພາກສ່ວນ ໄຟຟ້າຄໍາມ່ວນເສຍຫາຍຫຼາຍກວ່າ 600 ລ້ານກີບ



ພະຍຸດອກສຸຣິຊື່ມ່ວນໆແຕ່ລິດຮ້າຍແຮງພັດເຂົ້າປະເທດເຮ ໃນລະຫວ່າງວັນທີ 15 – 16 ກັນຍາຜ່ານມາທຳລາຍພາກໃຕ້ເສຍຫາຍໜັກສົມຄວນ ສະເພາະແຂວງຄຳມ່ວນໃນຂະແໜງໄຟຟ້າ ນັບແຕ່ຈຸດສະຖານີຈ່າຍໄຟເມືອງມະຫາໄຊເຊິ່ງຈະເຫັນວ່າມີເສົາໄຟຟ້າຫັກຍ້ອນແຮງລົມຂອງພະຍຸເປັນເຫດໃຫ້ຕົ້ນໄມ້ກົ່ນ ຫັກທັບສາຍໄຟຟ້າເປັນຈຸດໆ ແຕ່ເມືອງມະຫາໄຊໄປຫາເມືອງບົວລະພາ . ສໍາລັບສະຖານີຈ່າຍໄຟເມືອງມະຫາໄຊແມ່ນເປັນບ່ອນຈ່າຍໄຟຟ້າໄປຫາເມືອງມະຫາໄຊເກົ່າ , ເມືອງບົວລະພາ ແລະ ເມືອງໄຊບົວທອງ ເຊິ່ງປະຈຸບັນນີ້ແມ່ນໄດ້ນໍາໃຊ້ໄຟຈາກສະຖານີ 115 Kv ຈາກບ້ານໂພນສາວເອ້ໄປຫາບ້ານຄໍາບຸ່ນ - ບ້ານແກ້ງແປ - ຈຸດສຸມປ່າໜາມ - ເມືອງໄຊບົວທອງເຮັດໃຫ້ເມືອງໄຊບົວທອງໄດ້ນໍາໄຟຟ້າຈາກສະຖານີ 115 Kv ຊົ່ວຄາວຈົນກວ່າຈະສ້ອມແປງຕາໜ່າງໄຟຟ້າຈາກສະຖານີຈ່າຍໄຟເມືອງມະຫາໄຊໄປຫາເມືອງບົວລະພາສໍາເລັດ .



ນອກຈາກນັ້ນຍັງມີຈຸດທີ່ຕາຂ່າຍໄຟຟ້າໄດ້ຮັບຄວາມເສຍຫາຍນັບແຕ່ບ້ານກະວະຫາບ້ານນາແຄນເປັນໄລຍະຍາວ 1 ກິໂລແມັດກວ່າເຊິ່ງມີເສົາໄຟຟ້າຫັກລວມມີ 18 ຕົ້ນ . ສໍາລັບຈຸດສ້ອມແປງລວມມີ 3 ຈຸດຄື : ຈຸດທີ 1 ນັບແຕ່ເມືອງມະຫາໄຊໄປຫາເມືອງບົວລະພາ , ຈຸດທີ 2 ນັບແຕ່ ບົວລະພາໄປຫາຫຼັງຄັງ ແລະ ຈຸດທີ 3 ນັບແຕ່ເມືອງຍົມມະລາດໄປຫາດ່ານສາກົນນາເພົ້າ .


ທ່ານ ເພັດສະໝອນ ພອນວິໄລສັກ ຜູ້ອໍານວຍການລັດວິສາຫະກິດໄຟຟ້າລາວ ສາຂາ ແຂວງຄໍາມ່ວນໃຫ້ຮູ້ວ່າ: ລະບົບຕາຂ່າຍໄຟຟ້າທີ່ໄດ້ຮັບຜົນກະທົບມີໃນບໍລິເວນສະຖານທີ່ບັນດາສໍານັກ ງານຫ້ອງການລວມທັງດ່ານສາກົນນາເພົ້າ , ເມືອງບົວລະພາ , ເມືອງໄຊບົວທອງ ແລະ ສ່ວນໜຶ່ງຂອງເມືອງມະຫາໄຊແມ່ນບໍ່ມີໄຟຟ້າໃຊ້ໃນວັນທີ 15 – 18 ກັນຍາ 2017 .


ແຕ່ທາງລັດວິສາຫະກິດໄຟຟ້າລາວ ສາຂາ ແຂວງຄໍາມ່ວນກໍ່ເລັ່ງແກ້ໄຂສະພາບຕາຂ່າຍແຮງດັນກາງ , ຕໍ່າ , ໝໍ້ແປງໄຟຟ້າ ແລະ ໝໍ້ນັບໄຟຈໍານວນໜຶ່ງໃນສະຖານ ທີ່ທີ່ສາມາດເຂົ້າເຖິງເພື່ອປະຊາຊົນໄດ້ຊົມໃຊ້ໂດຍໄວທີ່ສຸດ
ສໍາລັບຜົນເສຍຫາຍໄລຍະທໍາອິດ ລວມມູນຄ່າ 641 ລ້ານກວ່າກີບປະກອບມີເສົາຄອນກຣີດຫັກ, ສາຍໄຟຂາດ ແລະ ລວມອຸປະກອນປະກອບເສົາເສຍຫາຍ .

Powered by Blogger.