Header Ads

ຕັດສິນຄະດີປອມແປງເງິນ 800.000 ກວ່າໂດລາ

ຄະນະສານອາຍາສານປະຊາຊົນຂັ້ນຕົ້ນ ແຂວງຫຼວງນໍ້າທາ ໄດ້ພິຈາລະນາຕັດສິນຄະດີ 2 ເລື່ອງ ໃນວັນທີ 19 ກັນຍາ 2017 ຜ່ານມາ ຄື: ຄະດີປອມແປງ ຫຼື ນຳໃຊ້ເງິນໂດລາປອມ ຈໍານວນ 846.600 ກວ່າໂດລາສະຫະລັດ ແລະ ຄະດີຢາເສບຕິດ ຈໍານວນ 40.000 ເມັດ.
ໃນຫ້ອງປະຊຸມ, ສານໄດ້ຕັດສິນຈໍາເລີຍ 7 ຄົນ ຊື່ ທ້າວ ທອງເດືອນ ຫຼື ແສງເດືອນ ອາຍຸ 56 ປີ, ຄ້າຂາຍຢູ່ບ້ານປາກຄະຍຸງ ເມືອງວຽງຄໍາ ແຂວງວຽງຈັນ ແລະ ທ້າວ ສົມຫວັງ ອາຍຸ 49 ປີ, ຄ້າຂາຍຢູ່ບ້ານບໍ່ ເມືອງໄຊ ແຂວງອຸດົມໄຊ ມີຄວາມຜິດໃນສະຖານການປອມແປງ ຫຼື ນຳໃຊ້ເງິນໂດລາປອມ, ລົງໂທດຕັດອິດສະລະພາບຜູ້ລະ 10 ປີ 6 ເດືອນ ແລະ ປັບໃໝຜູ້ລະ 30.000.000 ກີບ. ທ້າວ ໄມ່ຂັນ ອາຍຸ 44 ປີ, ຄ້າຂາຍ ແລະ ນາງ ແສງອຸ່ນ ອາຍຸ 38 ປີ, ຄ້າຂາຍ ທັງສອງເປັນຜົວເມຍກັນ ຢູ່ບ້ານຊຽງຍືນ ເມືອງສິງ ແຂວງຫຼວງນໍ້າທາ ໃນສະຖານການປອມແປງ ຫຼື ນຳໃຊ້ເງິນໂດລາປອມ ຕັດອິດສະລະພາບ 10 ປີ ແລະ ປັບໃໝຜູ້ລະ 20.000.000 ກີບ. ລົງໂທດຕັດອິດສະລະພາບ ທ້າວ ຄຳຜຸງ ອາຍຸ 57 ປີ, ເຮັດນາຢູ່ບ້ານຊຽງນໍ້າກໍ ເມືອງນາໝໍ້ ແຂວງອຸດົມໄຊ, ນາງ ວົງ ອາຍຸ 35 ປີ, ຄ້າຂາຍຢູ່ບ້ານແສງສະຫວ່າງ ເມືອງໂພນໂຮງ ແຂວງວຽງຈັນ ແລະ ທ້າວ ປ້ານ ອາຍຸ 48 ປີ, ຂັບລົດຢູ່ບ້ານທົ່ງໃຈເໜືອ ເມືອງ ແລະ ແຂວງຫຼວງນໍ້ທາ ໃນສະຖານສົມຮູ້ຮ່ວມຄິດໃນການນຳໃຊ້ເງິນໂດລາປອມ ຖືກລົງໂທດຕັດອິດສະລະພາບຜູ້ລະ 6 ປີ ແລະ ປັບໃໝຜູ້ລະ 12.000.000 ກີບ, ຮີບເງິນປອມຈໍານວນ 846.600 ໂດລາ ແລ້ວມອບໃຫ້ພາກສ່ວນກ່ຽວຂ້ອງປະຕິບັດຕາມລະບຽບການ.


ໃນວັນດຽວກັນນີ້, ໄດ້ພິຈາລະນາລົງໂທດຕັດອິດສາລະພາບ ທ້າວ ຕາຕູ ຍະຍູ່ ອາຍຸ 30 ປີ, ຢູ່ບ້ານຈອມແຈ້ງ ເມືອງເມີງ ແຂວງບໍ່ແກ້ວ ມີຄວາມຜິດໃນສະຖານຄ້າ-ຂາຍຢາເສບຕິດ ( ປະເພດຢາບ້າ ) ຈຳນວນ 40.000 ເມັດ ຕັດອິດສາລະພາບ 17 ປີ ແລະ ປັບໃໝ 350.000.000 ກີບ, ຮີບຢາບ້າດັ່ງກ່າວ ເພື່ອທໍາລາຍຖິ້ມ, ເຊິ່ງຈໍາເລີຍຖືກກັກຕົວ ໃນວັນທີ 25 ມັງກອນ 2017.
ທີ່ມາ ໜັງສືພິມຄວາມສະຫງົບ
Powered by Blogger.