Header Ads

“ໃຜຕ້ອງການໄມ້ລາຄາແພງໄປປະມູນເອົາເດີ, ແຂວງອັດຕະປືມີ 6 ແສນກວ່າແມັດກ້ອນ”

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน และ อาหาร
ຕາມແຈ້ງການຂອງພະແນກອຸດສາຫະກຳ ແລະການຄ້າແຂວງອັດຕະປື ກໍ່ຄືຄະນະຊີ້ນຳການປະມູນໄມ້ຂັ້ນແຂວງ ສະບັບລົງວັນທີ 21 ກັນຍາ 2017 ນີ້ໃຫ້ຮູ້ວ່າ: ໄມ້ຢືດທີ່ຈະປະມູນຂາຍເທື່ອນີ້ມີທັງໝົດ 661,429 ແມັດກ້ອນ.ໃນນັ້ນ, ເປັນໄມ້ປະດົງຈຳນວນ 31,866 ແມັດກ້ອນ ປະກອບດ້ວຍໄມ້ເຄິ່ງສຳລັດຮູບ 6,654 ແມັດກ້ອນ ແລະ ໄມ້ແປຮູບ 25,212 ແມັດກ້ອນ.
ພ້ອມດຽວກັນ ຍັງມີໄມ້ດູ່ 474,907 ແມັດກ້ອນ ແບ່ງອອກໄມ້ປັກເກ 51,314 ແມັດກ້ອນ, ໄມ້ໄມ້ປູພື້ນ 10,144 ແມັດກ້ອນ, ໄມ້ຕັບ 43,431 ແມັດກ້ອນ, ໄມ້ເຄິ່ງສຳເລັດຮູບ 63,354 ແມັດກ້ອນ ແລະ ໄມ້ແປຮູບ 306,664 ແມັດກ້ອນ.
ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน, สถานที่ในร่ม และ อาหาร

ມີໄມ້ແດງຈຳນວນ 19,713 ແມັດກ້ອນ ທັງໝົດແມ່ນເປັນໄມ້ທີ່ແປຮູບໝົດແລ້ວ ນອກຈາກໄມ້ແດງແລ້ວຍັງມີໄມ້ຈິກອີກ 134,943 ແມັດກ້ອນ ຊຶ່ງແບ່ງອອກເປັນໄມ້ປັກເກ 4,967 ແມັດກ້ອນ, ໄມ້ປູພື້ນ 8,882 ແມັດກ້ອນ, ໄມ້ຕັບ 0,270 ແມັດກ້ອນ ແລະໄມ້ແປຮູບ 120,824 ແມັດກ້ອນ.
ດັ່ງນັ້ນ, ຜູ້ທີ່ມີໂຮງງານປຸງແຕ່ງໄມ້, ປຸງແຕ່ງເຟີນີເຈີທີ່ມີທະບຽນຖືກຕ້ອງຕາມກົດໝາຍຂອງ ສປປ ລາວຢູ່ພາຍໃນແຂວງ ແລະ ຕ່າງແຂວງທີ່ມີຄວາມສົນໃຈແມ່ນສາມາດເຂົ້າຮ່ວມປະມູນໄດ້ພຽງແຕ່ຕ້ອງມີເງື່ອນໄຂຄືໄດ້ຮັບອະນຸຍາດດຳເນີນທຸລະກິດ, ເປັນໂຮງງານທີ່ສາມາດປຸງແຕ່ງສຳເລັດຮູບໄດ້ ແລະ ບໍ່ຕັ້ງຢູ່ໃນ 3 ປະເທດປ່າ, ມີຄວາມພ້ອມທາງດ້ານການເງິນ, ມີໃບຢັ້ງຢືນຖານະການເງິນຈາກທະນາຄານ ແລະ ບໍ່ມີໜີ້ສິນ ຄ່າພັນທະອາກອນຕ່າງໆກັບລັດ.
ຜູ້ທີ່ສົນໃຈສາມາດພົວພັນຊື້ຊອງປະມູນໄດ້ແລ້ວນັບແຕ່ມື້ນີ້ເປັນຕົ້ນໄປຈົນຮອດວັນທີ 9/10/2017 ທີ່ພະແນກອຸດສາຫະກຳ ແລະການຄ້າແຂວງອັດຕະປື ຂະແໜງການນຳເຂົ້າ-ສົ່ງອອກ ແລະມີກຳນົດເປີດຊອງປະມູນໃນເວລາ 8:30 ຂອງວັນທີ 10/10/2017 ທີ່ຫ້ອງປະຊຸມພະແນກອຸດສາຫະກຳ ແລະການຄ້າແຂວງອັດຕະປື.
ไม่มีข้อความกำกับภาพอัตโนมัติ
ไม่มีข้อความกำกับภาพอัตโนมัติ
ທີ່ມາ: ອັດຕະປືອອນລາຍ

Powered by Blogger.