Header Ads

ປກສ ເມືອງປາກທາຈັບກຸມຜູ້ຄ້າຢາເສບຕິດລາຍໃຫຍ່


ในภาพอาจจะมี 5 คน, ผู้คนกำลังนั่ง
ເປັນຂ່າວຄັ້ງໃຫຍ່ ໃນແຂວງບໍ່ແກ້ວທີ່ເຄີຍເຫັນມາ,
ປກສ ເມືອງປາກທາຈັບກຸມຜູ້ຄ້າຢາເສບຕິດລາຍໃຫຍ່
ວັນທີ 23 ກັນຍາ 2017 ນີ້ເຈົ້າໜ້າທີ່ສະເພາະກິດກອງບັນຊາການ ປກສ ເມືອງປາກທາຈັບກຸມຜູ້ຖືກຫາພ້ອມ #ຂອງກາງຢາບ້າ 6 ກະເປົາໃຫຍ່.
ທ່ານ ພັທ ແສງຄຳ ອິນທະນິນ ກຳມະການພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງປາກທາຖະແຫຼງການຕໍ່ການຈັບກຸມຢາເສບຕິດໃນຄັ້ງນີ້ວ່າ: ໃນວັນທີ 23 ກັນຍາ 2017 ໄດ້ມີແຫຼ່ງຂ່າວຈາກພົນລະເມືອງດີແຈ້ງວ່າ: ຈະມີການຂົນສົ່ງຢາເສບຕິດຜ່ານຈາກເມືອງປາກທາສູ່ເມືອງຫ້ວຍຊາຍ ສະນັ້ນ ກອງບັນຊາການຂອງພວກເຮົາຈຶ່ງໄດ້ແຕ່ງຕັ້ງເຈົ້າໜ້າທີ່ສະເພາະກິດອອກຕິດຕາມຫາເປົ້າໝາຍ ມາຮອດເວລາປະມານ 17 ໂມງ 30 ນາທີ ໄດ້ພົບເຫັນລົດກະບະວີໂກ້ແຊັມສີຂາວໝາຍເລກທະບຽນ ກຳແພງນະຄອນ ມດ 9992


ในภาพอาจจะมี 3 คน, สถานที่กลางแจ้ง



 ແລ່ນມຸ່ງໜ້າເຂົ້າສູ່ເມືອງຫ້ວຍຊາຍ, ຂ້ອນຂ້າງມີພິລຸດຜິດປົກກະຕິເຈົ້າໜ້າທີ່ຈຶ່ງໄດ້ສະແດງຕົວເຂົ້າກວດຄົ້ນລົດຄັນດັ່ງກ່າວ ເຊິ່ງຂັບຂີ່ໂດຍທ້າວ ເຢະປໍວ່າ ອາຍຸ 42 ປີ ອາຊີບຄ້າຂາຍ ແລະ ນາງ ໄມວາງວື ອາຍຸ 20 ປີ ທັງສອງອາໃສຢູ່ບ້ານຈອມຈຸກ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຜ່ານການກວດຄົ້ນໄດ້ພົບເຫັນຢາເສບຕິດປະເພດຢາບ້າຈຳນວນ 6 ກະເປົາ, ຫຼື 96 ແພ໋ກ ເທົ່າກັບ 480 ມັດ ຊຸກຢູ່ໃນລົດ ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວທັງສອງພ້ອມດ້ວຍຂອງກາງ ເພື່ອສືບສວນສອບສວນຂະຫຍາຍຜົນຫາຄູ່ຮ່ວມຂະບວນການລາຍນີ້ມາດຳເນີນຄະດີຕາມລະບຽບກົດໝາຍ.
ในภาพอาจจะมี 1 คน


ຂ່າວເມືອງ ປາກທາ ແຂວງບໍ່ແກ້ວ.
Powered by Blogger.