Header Ads

ໂຊລ ກຽມສົ່ງອາຫານ-ຢາໃຫ້ປຽງຍາງ ຄັ້ງທຳອິດໃນຮອບ2ປີ



ເກົາຫລີໃຕ້ກຽມສົ່ງມອບຄວາມຊ່ວຍເຫລືອດ້ານມະນຸດສະທຳໃຫ້ເກົາຫລີເຫນືອເປັນຄັ້ງທຳອິດ ນັບຕັ້ງແຕ່ເດືອນທັນວາ 2558 ຂະນະທີ່ລັດຖະມົນຕີວ່າກະຊວງການຕ່າງປະເທດເກົາຫລີເຫນືອກ່າວເຖິງຖ້ອຍຖະແຫລງຂອງ ປະທານາທິບໍດີສະຫະລັດເທິງເວທີຍູເອັນວ່າ: ເປັນພຽງຫມາເຫົ່າ

ສຳນັກຂ່າວຕ່າງປະເທດລາຍງານຈາກກຸງໂຊລ ປະເທດເກົາຫລີໃຕ້ເມື່ອວັນທີ 21 ກັນຍາວ່າ: ກະຊວງລວມຊາດຂອງເກົາຫລີໃຕ້ອອກຖະແຫລງເລື່ອງການກຽວສົ່ງມອບຜະລິດຕະພັນດ້ານໂພສະນາການສຳລັບເດັກ ແລະ ຫຍິງຖືພາລວມ ມູນຄ່າ 4.5ລ້ານໂດລາສະຫະລັດ ແລະ ຢາຮັກສາໂລກລສມເຖິງໍວັກຊີນປ້ອງກັນໂລກອີກຫລາຍຊະນິດລວມມູນຄ່າ 3.5ລ້ານໂດລາສະຫະລັດ ໃຫ້ແກ່ເກົາຫລີເຫນືອ ໂດຍລັດຖະບານໂຊລຈະບໍລິຈາກສິ່ງຂອງທັງຫມົດຜ່ານໂຄງການ ອາຫານໂລກ ແລະ ກອງທຶນເພື່ອເດັກແຫ່ງຊາດ

ທັງນີີ້ລາຍງານຂອງກະຊວງລວມຊາດເກົາຫລີໃຕ້ລະບຸວ່າ: ນະໂຍບາຍມອບຄວາມຊ່ວຍເຫລືອມະນຸດສະທຳໃຫ້ແກ່ປະເທດເພື່ອນບ້ານທາງເຫນືອເປັນຄົນລະສ່ວນກັບຄວາມຂັດແຍ້ງດ້ານພູມມີສາດ ການເມືອງທີ່ຍືດເຍື້ອລະຫວ່າງສອງ ປະເທດ ຂະນະທີ່ການສົ່ງມອບຄວາມຊ່ວຍເຫລືອດ້ານມະນຸດສະທຳຈາກເກົາຫລີໃຕ້ສູ່ເກົາຫລີເຫນືອໃນຄັ້ງນີ້ຈະຖືເປັນຄັ້ງທຳອິດໃໃນຮອບເກືອບ 2ປີ ຫລື ນັບຕັ້ງແຕ່ເດືອນທັນວາ 2558

ດ້ານທ່ານຣີ ຍອງ-ໂຮ ລັດຖະມົນຕີກະຊວງການຕ່າງປະເທດຂອງເກົາຫລີເຫນືອ ເດີນທາງເຖິງນະຄອນນິວຍອກເມື່ອວັນພຸດວານນີ້ ເພື່ອເຂົ້າຮ່ວມການປະຊຸມມະມັດຊາໃຫຍ່ສະຫະປະຊາຊາດ (ຍູເອັນຈີເອ) ໂດຍກອງທັບຜູ້ສື່ຂ່າວຈາກ ນານາຊາດພາກັນເຝົ້າຖ້າທ່ານຣີຢູ່ທີ່ໂຮງແຮມບ່ອຍພັກ ເພື່ອຕັ້ງປະເດັນຄຳຖາມກ່ຽວກັບຖ້ອບຖະແຫລງຂອງປະທານາທິບໍດີໂດນັລ ທຣຳ ເທິງເວທີຢູເອັນຈີເອ ເມື່ອວັນອັງຄານທີ່ຜ່ານມາ ເຊິ່ງເອິ້ນທ່ານຄິມຈອງອຶນ ຜູ້ນຳສູງສຸດຂອງ ເກົາຫລີເຫນືອວ່າ: ມະນຸດຈະຫລວດ ແລະ ສະແດງຄວາມພ້ອມບົດຂະຍີ້ ປະເທດທີ່ຢູ່ທາງເຫນືອຂອງຄາບສະມຸດເກົາຫລີ ຫາກຢູ່ໃນພາວະຈຳເປັນ ແນວໃດກໍ່ຕາມທ່ານຣີຕອບພຽງວ່າຄຳເວົ້າດັ່ງກ່າວ ຂອງທຣຳບໍ່ຕ່າງຫຍັງກັບ ຫມາເຫົ່າເທົ່ານັ້ນ



Powered by Blogger.