Header Ads

ຊີ້ 4ປະເທດ ຍັງຜະລິດຫົວຮົບນີວເຄຍເພີ່ມ



ກຸ່ມຈັບຕາກວດສອບອາວຸດແຫ່ງສະວີເດັນເຜີຍ ຈຳນວນຫົວຮົບນີວເຄຍທົ່ວໂລກຫລຸດລົງເມື່ອປີທີ່ຜ່ານມາ ແຕ່ເບີ່ງຄືວ່າ 4ປະເທດຍັງເດີນຫນ້າຂະຫຍາຍຈຳນວນໃນສະຕ໋ອກປະກອບດ້ວຍ: ຈີນ, ອິສນເດຍ, ເກົາຫລີເຫນືອ ແລະ ປາກີສຖານ

ສຳນັກຂ່າວເອພີລາຍງານຈາກກຸງສະຕອກໂຮມ ປະເທດສະວີເດັນເມື່ອວັນທີ 21ກັນຍາວ່າ: ສະຖາບັນວິໄຈສັນຕິພາບລະຫວ່າງປະເທດສະຕອກໂຮມ ຫ ລື ເອັສໄອພີອາໄອ ກ່າວວ່າ: ການພັດທະນາໃນໂຄງການນີວເຄຍຂອງເກົາຫລີເຫນືອ ເຮັດໃຫ້ເກີດຄວາມບໍ່ຫມັ້ນຄົງທາງການເມືອງລະຫວ່າງປະເທດ ແລະ ສົ່ງຜົນກະທົບຮ້າຍແຮງເປັນລູກໂຊ່

ນັບເຖິງເດືອນມັງກອນ 2560 ສະຫະລັດອາເມລິກາ, ລັດເຊຍ,​ອັງກິດ, ຟະລັ່ງ, ຈີນ, ອິນເດຍ, ປາກີສຖານ, ອິສລາເອລ ແລະ ເກົາຫລີເຫນືອ ລວມກັນມີຫົວຮົບນີວເຄຍປະມານ 14,935ລູກ ຫລຸດລົງ 15,395 ໃນປີທີ່ຜ່ານມາ

ແຕ່ເບີ່ງຄືວ່າຍັງມີ 4ປະເທດ ທີ່ກຳລັງຂະຫຍາຍຈຳນວນຫົວຮົບນີວເຄຍໃນຄອບຄອງ ປະກອບດ້ວຍ: ຈີນ, ອິນເດຍ, ເກົາຫລີເຫນືອ ແລະ ປາກີສຖານ

ແຊນນອນ ໄຄ ຫົວຫນ້າໂຄງການອາວຸດນິວເຄຍຂອງເອັສໄອພີອາໄອ ກ່າວວ່າ: ກ້າວຍ່າງລ້າສຸດໃນການປົດອາວຸດນິວເຄຍຖືວ່າເປັນຫນ້າພື່ງພໍໃຈ 122ປະເທດອານຸມັດສົນທິສັນຍາຫ້າມອາວຸດນີວເຄຍທີ່ອົງການສະຫະປະຊາຊາດໃນເດືອນ ກໍລະກົດ 2560 ເຊິ່ງຈະເປັນກ້າວຍ່າງສຳຄັນໄປສູ່ການປົດອາວຸດນິວເຄຍໃນໄລຍະຍາວ


Powered by Blogger.