Header Ads

ດູເຕີເຕເວົ້າ ສັ່ງຍິງລູກຊາຍຖິ້ມ ຫາກພົບວ່າເຂົ້າໄປກ່ຽວຂ້ອງ ກັບຢາເສບຕິດ



ຜູ້ນຳຟິລິບປິນປະກາດຈະສັ່ງຕຳຫລວດຍິງລູກຊາຍຄົນກົກຂອງທັນທີ ຫາກເຂົ້າໄປກ່ຽວພັນກັບແກ້ງຄ້າຢາເສບຕິດແທ້ຕາມທີ່ຖືກກ່າວຫາ ແລະ ເຂົາຈະປົກປ້ອງຕຳຫລວດມືຍິງບໍ່ໃຫ້ຖືກດຳເນີນຄະດີ

ສຳນັກຂ່າວເອເອັບພີລາຍງານຈາກກຸງມະນິລາ ປະເດທຟີລິບປິນ ເມື່ອວັນທີ 21 ກັນຍາວ່າ: ທ່ານເປົາໂລ ດູເຕີເຕ ອາຍຸ 42ປີ ຮອງນາຍົກເທດສະມົນຕີເມືອງດາເວົາ ທາງພາກໃຕ້ ແລະ ເປັນບູກຊາຍກົກຂອງປະທານາທິບໍດີໂຣດຣິໂກ ດູເຕີເຕ ຜູ້ນຳຟີລິບປິນ ເຂົ້າໃຫ້ປາກຄຳຕໍ່ຄະນະກຳມະການຂອງວຸດທິສະພາໃນກຸງມະນີລາ ໃນເດືອນນີ້ ເພື່ອປະຕິເສດຂໍ້ກ່າວຫາຈາກສະມາຊິກສະພາຄອງເກສລາຍນື່ງ ເຊິ່ງລະບຸວ່າເປົາໂລເປັນສະມາຊິກແກ້ງອາຊະຍາກອນຊາວຈີນ ທີ່ຊ່ວຍລັກລອບນຳເຂົ້າຢາໄອສຈຳນວນມະຫາສານຈາກປະເທດຈີນ

ດູເຕີເຕບໍ່ໄດ້ເອີຍເຖິງຂໍ້ກ່າວຫາໂດຍກົງ ແຕ່ກ່າວຍໍ້າຄຳປະກາດຂອງເຂົາ ໃນລະຫວ່າງການຫາສຽງເລືອກຕັ້ງປະທານາທິບໍດີເມື່ອປີທີ່ຜ່ານມາ ບໍ່ມີລູກຄົນໃດຂອງເຂົາທີ່ກ່ຽວພັນກັບຢາເສບຕິດ ແຕ່ຖ້າຫາກຍຸ້ງກ່ຽວກໍ່ຈະຖືກລົງ ໂທດສະຖານຫນັກສຸດ “ຂ້ອຍເຄີຍເວົ້າມາແລ້ວ ຄຳສັ່ງຂອງຂ້ອຍຄືຖ້າຂ້ອຍມີລູກທີ່ຍຸ້ງກ່ຽວກັບຢາເສບຕິດ ຕຳຫລວດສາມາດຂ້າຖິ້ມໄດ້ເລີຍ” ດູເຕີເຕກ່າວຕໍ່ເຈົ້າຫນ້າທີ່ລັດ ທີ່ທຳນຽບປະທານາທິບໍດີໃນກຸງມະນີລາ ເມື່ອຄືນວັນພຸດທີ່ຜ່ານມາ ຂ້ອຍຈະສັ່ງຕຳຫລວດຍິງຖິ້ມປູລອງ(ຊື່ຫລິ້ນຂອງເປົາໂລ) ແລະ ຂ້ອຍຈະປົກປ້ອງຕຳຫລວດມືຍິງ ບໍ່ໃຫ້ຖືກດຳເນີນຄະດີ

ຫລັງຂື້ນຄອງຕຳແຫນ່ງປະທານາທິບໍດີດູເຕີເຕກ່າວວ່າ: ເຂົາດີໃຈທີ່ຈະຂ້າຜູ້ຕິດຢາເສບຕິດ 3ລ້ານຄົນ ແລະ ເດັກທີ່ເສຍຊີວິດໃນສົງຄາມຢາເສບຕິດເປັນຄວາມເສຍຫາຍຂ້າງຄຽງທີ່ບໍ່ອາດຫລີກລ້ຽງໄດ້ ແຕ່ເຂົາກ່າວຍໍ້າເຊັ່ນກັນວ່າບໍ່ເຄີຍສັ່ງ ຕຳຫລວດເຮັດໃນສິ່ງຜິດກົດຫມາຍ ແລະ ຕຳຫລວດຈະຂ້າສະເພາະຜູ້ທີ່ເປັນການປ້ອງກັນໂຕເທົ່ານັ້ນ

ແຕ່ກຸ່ມຄົນສະຫນິດຂອງດູເຕີເຕກ່າວເຕືອນບັນດານັກຂ່າວວ່າ: ຢ່າເຊື່ອທຸກສິ່ງທີ່ປະທານາທິບໍດີເວົ້າ ບາງເທື່ອຄວາມເຫັນເປັນພຽງການຫລີ້ນລີ້ນ ຫລື ເວົ້າເກີນຄວາມເປັນຈິງເທົ່ານັ້ນ


Powered by Blogger.