Header Ads

ປກສ ແຂວງບໍລິຄຳໄຊກັກ 3 ຜູ້ຖືກຫາ ພ້ອມຢາບ້າ 80.000 ເມັດ




      ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍລິຄຳໄຊ ກັກຕົວຜູ້ຖືກຫາ ໄດ້ 3 ຄົນ ພ້ອມຢຶດຢາບ້າໄດ້ ຈໍານວນ 80.000 ເມັດ ໃນຂະນະທີ່ກໍາລັງນັດສົ່ງຢາບ້າໃຫ້ກັນຢູ່ເຂດບ້ານຫ້ວຍສຽດ ເມືອງປາກຊັນ ແຂວງບໍລິຄຳໄຊ ໃນວັນທີ 16 ກັນຍາ 2017.
         ເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງບໍລິຄໍາໄຊ ເປີດເຜີຍວ່າ: ພາຍຫຼັງໄດ້ຮັບລາຍງານຈາກພົນລະເມືອງດີວ່າ ມີກຸ່ມຄົນບໍ່ດີຈໍານວນໜຶ່ງ ກໍາລັງນັດສົ່ງຢາເສບຕິດ ປະເພດຢາບ້າ ໃຫ້ກັນຢູ່ເຂດບ້ານຫ້ວຍສຽດ ເມືອງປາກຊັນ; ຈາກນັ້ນ, ຈຶ່ງໄດ້ຈັດເຈົ້າໜ້າທີ່ວິຊາສະເພາະລົງຕິດຕາມ, ຜ່ານການຕິດຕາມເປົ້າໝາຍເຫັນວ່າ ມີມູນຄວາມຈິງແທ້, ຮອດເວລາປະມານ 17:00 ໂມງ ຂອງວັນດຽວກັນ ເປົ້າໝາຍຂີ່ລົດຮຸນໄດ ແລະ ລົດຈັກ ມາລໍຖ້າຢູ່ຈຸດນັດສົ່ງ; ຈາກນັ້ນ, ເຈົ້າໜ້າທີ່ຕໍາຫຼວດ ຈຶ່ງເຂົ້າກັກຕົວຜູ້ຖືກຫາ ໄດ້ 3 ຄົນ ຄື: ທ້າວ ນຳ ອາຍຸ 21 ປີ ຢູ່ບ້ານດອນຊາດ, ທ້າວ ພອນ ອາຍຸ 23 ປີ ຢູ່ບ້ານໂພນເມືອງນ້ອຍ ແລະ ທ້າວ ໄມຄຳ ອາຍຸ 26 ປີ ຢູ່ ບ້ານອຸດົມ ທັງສາມຢູ່ເມືອງຄຳເກີດ ແຂວງບໍລິຄຳໄຊ ພ້ອມທັງກວດຄົ້ນພົບຢາບ້າ ຈຳນວນ 40 ມັດ ເທົ່າກັບ 80.000 ເມັດ.
         ຜ່ານການສືບສວນ-ສອບສວນ ພວກກ່ຽວສາລະພາບວ່າ: ໃນວັນທີ 16 ກັນຍາ 2017, ມີຜູ້ຊາຍຄົນໜຶ່ງໂທລະສັບຫາ ວ່າ ໃຫ້ໄປຂົນສົ່ງຢາບ້າ ໂດຍໃຫ້ຄ່າຈ້າງໃນການຂົນສົ່ງ; ເຊິ່ງຢາບ້າທີ່ຈະຂົນສົ່ງແມ່ນ 40 ມັດ, ພາຍຫຼັງຕົກລົງກັນແລ້ວ ໄດ້ວາງແຜນວິທີການຂົນສົ່ງຢາບ້າ ເພື່ອຫຼົບຫຼີກການກວດຄົ້ນຂອງເຈົ້າໜ້າທີ່ຕໍາຫຼວດ. ໂດຍເອົາຢາບ້າຈໍານວນ 40 ມັດ ໃສ່ຖົງເປ້ ແລ້ວໃສ່ລົດຈັກຂອງ ທ້າວ ນໍາ. ສ່ວນ ທ້າວ ໄມຄຳ ກັບ ທ້າວ ພອນ ແມ່ນຂີ່ລົດຮຸ່ນໄດ ນຳທາງໄປກ່ອນ ເພື່ອສັງເກດເບິ່ງຕົນທາງ. ຫຼັງຈາກໄປຮອດຈຸດນັດໝາຍເຂດບ້ານຫ້ວຍສຽດ ຈຶ່ງໄດ້ໂທລະສັບຫາຜູ້ທີ່ຈະມາຮັບຊື້ເອົາຢາບ້າຈໍານວນດັ່ງກ່າວ ໃນຂະນະທີ່ກໍາລັງລໍຖ້າຢູ່ນັ້ນ ຖືກເຈົ້າໜ້າທີ່ເຂົ້າກັກຕົວກ່ອນ ພ້ອມຂອງກາງຢາບ້າຈຳນວນດັ່ງກ່າວ.
ໂດຍ: ນສພ ປ້ອງກັນຄວາມສະຫງົບ
Powered by Blogger.