Header Ads

ປກສ ເມືອງສີສັດຕະນາກ ມ້າງກຸ່ມລັກຊັບພົນລະເມືອງໄດ້ 8 ຄົນ


   ເຈົ້າໜ້າທີ່ໜ່ວຍງານຕໍາຫຼວດສືບຂ່າວອາຍາ ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ກັກຕົວເປົ້າໝາຍລັກຊັບພົນລະເມືອງ (ລົດຈັກ) ຊື່ ທ້າວ ວັດທະນາ ອາຍຸ 19 ປີ ຢູ່ບ້ານຝາຍ ເມືອງໄຊເສດຖາ ແລະ ທ້າວ ນັດທະກອນ ອາຍຸ 22 ປີ ຢູ່ບ້ານທົ່ງຂັນຄຳ ເມືອງຈັນທະບູລີ (ເປັນນາຍໜ້າຂາຍລົດຈັກ) ພ້ອມທັງຂະຫຍາຍຜົນຫາພັກພວກທີ່ຮ່ວມຂະບວນການລັກຊັບພົນລະເມືອງອີກຈຳນວນ 6 ຄົນ ໃນທ້າຍເດືອນສິງຫາ 2017.
     ເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກ ໃຫ້ຮູ້ວ່າ: ຄະດີດັ່ງກ່າວນີ້ ໃນເບື່ອງຕົ້ນ ໄດ້ກັກຕົວ ທ້າວ ວັດທະນາ ມາສອບສວນ ແລ້ວຜູ້ກ່ຽວໄດ້ຊັດທອດຫາ ທ້າວ ນັດທະກອນ ທີ່ເປັນນາຍໜ້າຮັບຊື້ລົດທີ່ລັກມາຂາຍແຕ່ລະຄັ້ງ. ຈາກນັ້ນ, ເຈົ້າໜ້າທີ່ສາມາດຂະຫາຍຜົນຕິດຕາມຈັບຕົວພັກພວກດຽວກັນອີກ 6 ຄົນ, ໃນນັ້ນ ມີ ທ້າວ ສຸກສັນ ອາຍຸ 22 ປີ ຢູ່ບ້ານໂພນສະຫວ່າງ ເມືອງ ຈັນທະບູລີ, ທ້າວ ເພັງພະຈັນ ອາຍຸ 35 ປີ ຢູ່ບ້ານໂນນຄໍ້ໃຕ້, ທ້າວ ອາລີ້ ອາຍຸ 17 ປີ ຢູ່ບ້ານວຽງຈະເລີນ ທັງສອງຢູ່ເມືອງໄຊເສດຖາ, ທ້າວ ຊ່າງ ອາຍຸ 17 ປີ ຢູ່ບ້ານຈັນສະຫວ່າງ, ທ້າວ ບຸນທ່ຽງ ອາຍຸ 30 ປີ ຢູ່ບ້ານນາເລົ່າ ທັງສອງຂຶ້ນກັບເມືອງສີໂຄດຕະບອງ ແລະ ທ້າວ ລັດຕະນະ     ມະນີ ອາຍຸ 17 ປີ ຢູ່ບ້ານໂສກປ່າຫຼວງ ເມືອງສີສັດຕະນາກ ທີ່ເປັນເຄືອຂ່າຍຮ່ວມກັນລັກຊັບພົນລະເມືອງ.
       ຈາກການສອບສວນ ພວກກ່ຽວຮັບສາລະພາບວ່າ: ໄດ້ຮ່ວມກັນກໍ່ເຫດລັກຊັບພົນລະເມືອງແທ້ ( ລັກລົດຈັກ) ແລະ ງັດແງະ-ປຸ້ນຈີ້ ເພື່ອເອົາຊັບຂອງຄົນອື່ນໄປຂາຍ ເຊິ່ງຜ່ານມາໄດ້ຮ່ວມກັນກໍ່ເຫດລັກລົດຈັກ ແລະ ລັກຊັບ-ງັດແງະ ມາແລ້ວ 40 ກວ່າຄັ້ງ ສ່ວນຫຼາຍແມ່ນຊອກງັດແງະເຂົ້າຫ້ອງແຖວ ແລ້ວເຂົ້າກວດຄົ້ນເອົາສັບສິນມີຄ່າໄປຂາຍ ເຊັ່ນ: ຄັ້ງທຳອິດ ໃນເດືອນກໍລະກົດ 2017 ທ້າວ ສຸກສັນ ແລະ ທ້າວ ເພັງພະຈັນ ພາກັນລັກລົດຈັກເວບ 100 ສີແດງດຳ ຢູ່ເຮືອນພັກແຫ່ງໜຶ່ງ ເຂດບ້ານນາຄຳ ເມືອງສີໂຄດຕະບອງ ແລ້ວເອົາໄປຂາຍໃຫ້ ທ້າວ ບຸນທ່ຽງ ໄປນຳໃຊ້ສ່ວນຕົວ. ຕໍ່ມາໄດ້ລັກລົດຈັກເວບ 100 ສີຟ້າດຳ ຂອງປະຊາຊົນຢູ່ເຂດບ້ານໜອງບົວທອງ ເມືອງສີໂຄດຕະບອງ ແລ້ວເກັບຮັກສາໄວ້ຂາຍ, ທັດມາແມ່ນ ທ້າວ ສຸກສັນ ແລະ ທ້າວ ບຸນທ່ຽງ ໄດ້ຮ່ວມກັນງັດເຂົ້າຫ້ອງແຖວຢູ່ບ້ານເມືອງວາທ່າ ເມືອງສິໂຄດຕະບອງ ຄົ້ນໄດ້ເງິນ 12.000 ບາດ ແລະ ແວນຄຳ 1 ວົງ, ຈາກນັ້ນ ມາວັນທີ 27 ສິງຫາ 2017 ພາກັນງັດເຂົ້າຫ້ອງແຖວຢູ່ບ້ານທົ່ງປົ່ງ ເມືອງສີໂຄດຕະບອງ ລັກໄດ້ໂນດບຸກ 2 ເຄື່ອງ ແລ້ວນຳໄປຝາກໄວ້ຢູ່ກັບ ທ້າວ ວຽງແກ້ວ ອາຍຸ 36 ປີ ຢູ່ບ້ານໂນນສະຫວ່າງ, ໃນເດືອນດຽວກັນໄດ້ເຂົ້າໄປງັດເຂົ້າຮ້ານຂາຍເຄື່ອງຍ່ອຍຢູ່ບ້ານທົ່ງປົ່ງ ໄດ້ໂທລະສັບຊຳຊຸງ 2 ເຄື່ອງ ແລະ ໄດ້ຮ່ວມກັນລັກລົດຈັກເວບ 100 ສີຟ້າດຳ ຢູ່ຕໍ່ໜ້າຕະຫຼາດສີໄຄ ແລ້ວໃຫ້ ທ້າວ ປູ່ເປ້ ເປັນຄົນເອົາໄປຂາຍໃນລາຄາ 1.500.000 ກີບ, ສ່ວນເງິນທີ່ໄດ້ຈາກການລັກຊັບໄປຂາຍເເມ່ນໄດ້ພາກັນໄປຊື້ຢາເສບຕິດ ປະເພດຢາບ້າມາເສບ ແລະ ໃຊ້ຈ່າຍຫຼິ້ນກິນຟຸມເຟືອຍ.
       ພັຕ ອິນພອນ ບຸນພະຈັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີສັດຕະນາກ ໄດ້ກ່າວວ່າ: ຜູ້ຖືກຫາຈໍານວນດັ່ງກ່າວ ເປັນເຄືອຂ່າຍ ແລະ ຮ່ວມກັນກໍ່ເຫດລັກຊັບພົນລະເມືອງ ລວມທັງລົດຈັກ ພາຍໃນນະຄອນຫຼວງວຽງຈັນ ໂດຍພວກເຂົາໄດ້ແບ່ງໜ້າທີ່ກັນເຄື່ອນໄຫວຊອກລັກຊັບ, ສ່ວນຫຼາຍແມ່ນງັດແງະບັນດາຫ້ອງແຖວ ໃນຄະນະທີ່ເຈົ້າຂອງບໍ່ຢູ່ ແລ້ວເຂົ້າໄປຄົ້ນເອົາສັບສິນມີຄ່າໜີໄປ. ນອກຈາກກຸ່ມດັ່ງກ່າວ, ເຈົ້າໜ້າທີ່ວິຊາສະເພາະ ຍັງສືບຕໍ່ຂຶ້ນເປົ້າໝາຍຕິດຕາມປະມານ 2-3 ກຸ່ມ ທີ່ຍັງລັກລອບຊື້-ຂາຍຊັບຂອງພົນລະເມືອງ ໂດຍບໍ່ຖືກຕ້ອງຕາມກົດໝາຍ ມາດຳເນີນຄະດີຕາມຂັ້ນຕອນ.

ແຫຼ່ງຂາ່ວ: ໜັງສືພິມຄວາມສະຫງົບ
Powered by Blogger.