ດິນເຈື່ອນຕັນທາງກະທັນຫັນຖົມຄົນສູນຫາຍ 3 ຄົນ ທີ່ທາງເມືອງແມດ ແຂວງວຽງຈັນ
ເກີດເຫດດີນເຈື່ອນຕັນທາງເຂົ້າເມືອງແມດ
ທັບປະຊາຊົນສູນຫາຍ 3 ຄົນ ເຊີ່ງສະຖານເກີດເຫດແມ່ນຢູ່ທາງເຂົ້າເມືອງແມດ, ແຂວງວຽງຈັນ
ໂດຍຈຸນເກີດເຫດຢູ່ແມ່ນລະຫວ່າງກາງບ້ານນຳ້ຍອນ - ບ້ານຫາດຍາວ.
ຂໍ້ມູນເບື້ອງຕົ້ນລະບຸວ່າເຫດເຫີດໃນເວລາ ປະມານ 14:00 ໂມງຂອງວັນທີ 18 ກັນຍາ
2017.
ຈາກເຫດການດັ່ງກ່າວ
ເຮັດໃຫ້ດິນເຈື່ນຕັນທາງ, ແລະ ທັບຄົນສູນຫາຍ 3 ຄົນ (ຄາດວ່າເສຍຊີວິດ)
ປະຈຸບັນແມ່ນຍັງຊອກສົບບໍ່ເຫັນ. ສໍາລັບຂໍ້ມູນເພີ່ມເຕີມລະບຸວ່າ:
ຜູ້ທີ່ຖືກດິນທັບຖົມນັ້ນແມ່ນເປັນເພດ ຊາຍ 3 ຄົນໂດຍປະກອບມີປະຊາຊົນ 1 ຄົນ ແລະ
ເຈົ້າໜ້າທີ່ຕໍາຫຼວດ 2 ຄົນ.
ປະຊາຊົນຜູ້ເຫັນເຫດການເລົ່າວ່າ:
ທຳອິດແມ່ນດິນເຈື່ອນລົງຕັນທາງຫນ້ອຍໜຶ່ງແລ້ວມີປະຊາຊົນຂີ່ລົດມາພົບ
ແລ້ວພາກັນຂີ່ລົດຜ່າກອງດິນເຈື່ອນໄປ
ໂດຍບໍ່ຄາດຄິດວ່າດີນຈະເຈື່ອນລົງມາອີກຈົນເຮັດໃນເກີດໂສກອານາດຕະກໍາມີຜູ້ເສຍຊີວິດ 3
ຄົນ.
ຂ່າວລ່າສຸດເວລາ
22:00 ນາທີ ມີລາຍງານເຂົ້າມາເພີ່ມວ່າຍັງບໍ່ທັນພົບຜູ້ສູນຫາຍທັງ 3 ຄົນ
ເຊິ່ງທີມຜູ້ພົບຫາໃຊ້ລົດຈົກ 2 ຄັນ
ໂດຍປະສານງານກັບການຄົ້ນຫາດ້ວຍຈົກຊ້ວນຂອງປະຊາຊົນໃນເຂດດັ່ງກ່າວ
ແຕ່ຍັງໄຮ້ວີ້ວແວວຄົ້ນພົບຜູ້ສູນຫາຍ.