Header Ads

ຕອບຂໍ້ສົງໃສ “ຄົນຖືພາກັບນ້ຳມາກພ້າວ” ຄວນກິນຫຼືບໍ່ຄວນກິນ?

http://183.182.100.162:8080/sites/default/files/


ມາຮູ້ຈັກກັບນ້ຳໝາກພ້າວກັນກ່ອນ

ໃນນ້ຳໝາກພ້າວ ມີນ້ຳເປັນອົງປະກອບເຖິງ 90% ມີແຮ່ທາດທີ່ຊ່ວຍບຳລຸງຮ່າງກາຍຫຼາຍ ແລະຍັງມີເກືອແຮ່ທີ່ເປັນສ່ວນປະກອບສຳຄັນ ນອກຈາກນີນ້ຳໝາກພ້າວຍັງຈັດເປັນນ້ຳສະອາດບໍ່ມີການປົນເປື້ອນ ເນື່ອງຈາກນ້ຳໝາກພ້າວຖືກຫໍ່ຫຸ້ມດ້ວຍກະໂປະຢ່າງແໜ້ນໜາ

ດື່ມນ້ຳໝາກພ້າວແລ້ວລຸລູກແທ້ບໍ່?

ໃນນ້ຳໝາກພ້າວມີສານຮໍໂມນເອສໂຕຣເຈນເປັນສ່ວນຜະສົມ ເຊິ່ງມີຜົນຕໍ່ການຫົດໂຕຂອງມົດລູກ ຈຶ່ງເຮັດໃຫ້ແມ່ມານກັງວົນວ່າຈະລຸລູກ ແຕ່ຄວາມເປັນຈິງໃນທາງການແພດພົບວ່າ ໃນນ້ຳໝາກພ້າວມີຮໍໂມນເອສໂຕຣເຈັນແທ້ແຕ່ໜ້ອຍທີ່ສຸດ ເຊິ່ງບໍ່ກ່ຽວກັບການຫົດໂຕຂອງມົດລູກ ເພາະຂະນະຖືພາຮໍໂມນ estrogen ແລະ progesterone ໃນຮ່າງກາຍຂອງແມ່ຈະມີສູງຢູ່ແລ້ວ ດັ່ງນັ້ນນ້ຳໝາກພ້າວຈຶ່ງບໍ່ມີຜົນຕໍການບີບໂຕຂອງມົດລູກ ແລະນ້ຳໝາກພ້າວກໍ່ບໍ່ໄດ້ເປັນໂຕເຮັດໃຫ້ລຸລູກແຕ່ຢ່າງໃດ ເພາະສະນັ້ນແມ່ຫຼາຍໆຄົນສະບາຍໃຈໄດ້ໃນການດື່ມນ້ຳມາກພ້າວ

ດື່ມນ້ຳໝາກພ້າວໃຫ້ລູກໃນທ້ອງໂຕສະອາດແທ້ຫຼືບໍ່?

ຈາກການສອບຖາມຊ່ຽວຊານເດັກໄດ້ຄວາມວ່າ “ໃນນ້ຳໝາກພ້າວມີກົດໄຂມັນທີ່ມີປະໂຫຍດຕໍ່ຮ່າງກາຍເຊິ່ງເປັນຂໍ້ດີ ເພາະແມ່ທີ່ດື່ມນ້ຳໝາກພ້າວຈະເຮັດໃຫ້ການສ້າງໄຂໂຕເດັກສີຂ້ອນຂ້າງຂາວ ເລີຍອາດຈະເບິ່ງວ່າເດັກອອກມາໂຕສະອາດ ເຊິ່ງໄຂໂຕເດັກນີ້ມີປະໂຫຍດຫຼາຍ ເພາະຈະເຮັດໃຫ້ເດັກເກີດງ່າຍ ເພາະສະນັ້ນແມ່ທີ່ດື່ມນ້ຳໝາກພ້າວຕະຫຼອດ ອາດຈະເຮັດໃຫ້ໄຂໂຕເດັກມີຫຼາຍກວ່າເກົາພຽງແຕ່ສີຈະສະອາດ” ດັ່ງນັ້ນຖືວ່າເປັນເລື່ອງທີ່ດີຫາກແມ່ທັງຫຼາຍຈະເລືອກດື່ມນ້ຳມາກພ້າວ ເພາະຈະຊ່ວຍໃຫ້ເກີດງ່າຍຂື້ນນັ້ນເອງ

9 ປະໂຫຍດຂອງການດື່ມນ້ຳໝາກພ້າວຂະນະຖືພາ

1. ນ້ຳໝາກພ້າວຊ່ວຍຄົງສົມດຸນຂອງສານນ້ຳແລະອີໂທຣໄລຂອງແມ່

2. ນ້ຳໝາກພ້າວມີໂຊດຽມ ໂພແທສຊຽມ ຊ່ວຍຄວບຄຸມຄວາມດັນເລືອດ ແລະການເຮັດວຍກຂອງຫົວໃຈແມ່

3. ນ້ຳໝາກພ້າວມີແມງດານີສ ຊ່ວຍບຳລຸງເລືອດແລະເສີມສ້າງກະດູກໃຫ້ແຂງແຮງ

4. ມີວິຕາມິນຊີ ຊ່ວຍໃຫ້ແມ່ມີຜິວພັນສົດໃສ

5. ຊ່ວຍຫຼຸດອາການອ່ອນເພຍໄດ້ດີ

6. ນ້ຳມາກພ້າວເຕັມໄປດ້ວຍກົດລໍລິກ ສາມາດຊ່ວຍເສີມສ້າງລະບົບພູມຄຸ້ມກັນຂອງແມ່ແລະເດັກໃນທ້ອງ

7. ສາມາດທຳຄວາມສະອາດລຳໃສ້ແລະຫຼຸດອາການຖ່າຍຍາກສຳລັບແມ່ມານ

8. ນ້ຳໝາກພ້າວສາມາດຊ່ວຍເພີ້ມຄວາມຖີ່ຂອງການຍ່ຽວ ດັ່ງນັ້ນຈຶ່ງປ້ອງກັນການຕິດເຊື້ອທາງທໍ່ຍ່ຽວ

9. ດື່ມນ້ຳໝາກພ້າວຂະນະຖືພາຊ່ວຍຄວບຄຸມນ້ຳໜັກຂອງແມ່ໄດ້

ກໍ່ໄດ້ຮູ້ກັນໄປແລ້ວເນາະ ວ່ານ້ຳໝາກພ້າວມີປະໂຫຍດ ດັ່ງນັ້ນຄົນທີ່ຖືພາດື່ມໄດ້ສະບາຍເລີຍ
Powered by Blogger.