Header Ads

ຫນຸ່ມຈີນກິນເຫລົ້າ 3ນາທີ 6ແກ້ວ ດັບທ່າມກາງສຽງເຊຍຂອງຫມູ່

http://183.182.100.162:8080/sites/default/files/
 ຫນຸ່ມນັກສຶກສາຊາວຈີນຈົບຊີວິດທ່າມກາງສຽງເຊຍຂອງຫມູ່ ຫລັງກິນເຫລົ້າ 6ແກ້ວບາດດຽວພາຍໃນເວລາ 3ນາທີ

ເມື່ອບໍ່ດົນມານີ້ ຫວັງ ເຍົ່າຕົ້ງ ນັກສຶກສາຊາວຈີນມົນທົນກວາງຕຸ້ງ ອາຍຸ 19ປີ ເສຍຊີວິດລົງຫລັງຈາກພະຍາຍາມດື່ມເຫລົ້າ 6ແກ້ວໃຫ້ຫມົດພາຍໃນ 3ນາທີ ທ່າມກາງສຽງເຊຍຂອງຫມູ່ ເພື່ອຈະໄດ້ບໍ່ຕ້ອງຈ່າຍເງິນ 168ຫຍວນ

ຫລັງເບິ່ງຄິບກ້ອງວົງຈອນປິດ ຫລັງຈາກທີ່ເຂົາດື່ມແກ້ວທີ5ຫມົດ ກໍ່ເລີ່ມມີອາການມຶນ ແລະ ຄືກັບຈະຮາກ ແຕ່ທຸກຄົນຍັງຄົງເຊຍຕໍ່ ຈົນເມື່ອເຂົາດື່ມແກ້ວທີ6ຫມົດ ກໍ່ຫມົດສະຕິລົງໄປກັບພຶ້ນ ແລະ ບໍ່ຟື້ນຂື້ນມາອີກເລີຍ

ສ່ວນສາເຫດຂອງການເສຍຊີວິດນັ້ນ ແພດແຈ້ງວ່າເປັນພາວະແອລກໍຮໍເປັນພິດສຽບພັນ ເຊິ່ງອາດເປັນເພາະປະລິມານແອລກໍຮໍໃນກະແສເລືອດເພີ່ມຂື້ນໃນເວລາອັນໄວວາ

ທັງນີ້ຫມູ່ສະນິດຂອງຫວັງ ເຍົ່າຕົ້ງ ກ່າວວ່າ: ເຂົາເປັນຄົນທີ່ນິໄສດີຫລາຍ ເປັນຫ່ວງຫມູ່ ມີນໍ້າໃຈ ແລະ ກ່ອນຫນ້າທີ່ເຂົາຈະຫມົດສະຕິໄປ ເຂົາຍັງເປັນຄົນຊ່ວຍຫມູ່ຄິດວ່າຈະສົ່ງຫມູ່ແຕ່ລະຄົນກັບທີ່ພັກແນວໃດໃຫ້ປອດໄພ ນັບເປັນອີກຫນື່ງເຫດການທີ່ຫນ້າຈະເປັນອຸທາຫອນໄດ້ດີສຳລັບຜູ້ທີ່ມັກດວນກັນກິນເຫລົ້າ
Powered by Blogger.